• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເທື່ອທີ 40 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14

ແຕ່ວັນທີ 17 – 18 ທັນວາ 2019, ກອງປະຊຸມເທື່ອທີ 40 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະດຳເນີນຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫລວງ ຮ່າໂນ້ຍ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຈະເປັນປະທານກອງປະຊຸມ.

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນກ່ຽວກັບເນື້ອໃນຕ່າງໆຄື: ສັບຊ້ອນຫົວໜ່ວຍບໍລິຫານຂັ້ນຕາແສງ, ຂັ້ນເມືອງຢູ່ບາງແຂວງ, ນະຄອນທີ່ຂຶ້ນກັບສູນກາງ; ໂຄງການປະຕິບັດງານປີ 2020 ຂອງຄະນະປະຈຳສະພາແຫ່ງຊາດ; ໂຄງການເຄື່ອນໄຫວພົວພັນຕ່າງປະເທດປີ 2020 ຂອງຄະນະປະຈຳສະພາແຫ່ງຊາດ.

        ຄະນະປະຈຳສະພາແຫ່ງຊາດກໍ່ສະຫລຸບກອງປະຊຸມສະໄໝສາມັນເທື່ອທີ 8 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມຈັດຕັ້ງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 14.

(ແຫຼ່ງຄັດຈາກ VOV)

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ວັນບຸນແກ່ວາງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ໂດຍບັນດາທ້ອງຖິ່ນ ມີເສັ້ນຊາຍແດນລວມຂອງສາມປະເທດ ຫວຽດນາມ, ລາວ, ຈີນ ໝູນວຽນກັນຈັດຂຶ້ນ.

Top