• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດ ອາຊຽນ 47

ກຳລັງແຮງຂອງ ອາຊຽນ ບໍ່ນອນຢູ່ໃນຄວາມເອກະພາບເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈທີ່ວ່າ ຄວາມເຄົາລົບ ແລະ ສະຕິຄວາມຮັບຮູ້ຍັງຕິດພັນບັນດາປະເທດ ອາຊຽນ ນຳກັນ.
ກອງປະຊຸມກໍ່ຮັບຮູ້ຂີດໝາຍປະຫວັດສາດເມື່ອ Timor-Leste ເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ປະທານ ອາຊຽນ 2025 ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ພ້ອມກັນກຳນົດຮູບແບບບົດບາດນຳພາຂອງກຸ່ມຄືນ, ຮັກສາຄວາມໄວ້ເນື້ອເຊື່ອໃຈເຂົ້າໃນການສົນທະນາ ແລະ ຮ່ວມມື; ທ່ານກໍ່ຢືນຢັນວ່າ ກຳລັງແຮງຂອງ ອາຊຽນ ບໍ່ນອນຢູ່ໃນຄວາມເອກະພາບເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈທີ່ວ່າ ຄວາມເຄົາລົບ ແລະ ສະຕິຄວາມຮັບຮູ້ຍັງຕິດພັນບັນດາປະເທດ ອາຊຽນ ນຳກັນ.

ໜຶ່ງໃນບັນດາຈຸດເດັ່ນຂອງກອງປະຊຸມແມ່ນພິທີລົງນາມຖະແຫຼງການຮ່ວມລະຫວ່າງ ກຳປູເຈຍ ແລະ ໄທ ໃນຂອບເຂດກອງປະຊຸມທີ່ ກົວລາລຳເປີ. ກອງປະຊຸມກໍ່ຮັບຮູ້ຂີດໝາຍປະຫວັດສາດເມື່ອ Timor-Leste ເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ. ກ່ຽວກັບສະພາບການ ມຽນມາ, ທ່ານນາຍົກລັດຖະມົນຕີ Anwar Ibrahim ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ ອາຊຽນ ໃນການຊຸກຍູ້ສັນຕິພາບຜ່ານຂໍ້ຕົກລົງ 5 ຈຸດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົ​ນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, ການ​ຊ້ອມ​ຮົບ​ຮ່ວມ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ

Top