• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດເວທີປາໄສການຮ່ວມມື BRI ຄັ້ງທີ 3

ເວທີປາໄສຈະສຸມໃສ່ປຶກສາຫາລື, ສະຫຼຸບໝາກຜົນການຮ່ວມມືໃນໄລຍະ 10 ປີຜ່ານມາ, ແລກປ່ຽນກ່ຽວກັບແງ່ຫວັງ, ທິດທາງການຮ່ວມມືໃນອະນາຄົດ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຂົ້າຮ່ວມໄຂກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ໄດ້ຈັດພິທີໄຂກອງປະຊຸມສຸດຍອດເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 (BRF), ໂດຍຫົວຂໍ້ວ່າ "ການຮ່ວມມືມີຄຸນນະພາບສູງ ໜຶ່ງແລວໜຶ່ງເສັ້ນທາງ, ຮ່ວມແຮງຮ່ວມໃຈເພື່ອການພັດທະນາ ແລະ ຄວາມວັດທະນາຖາວອນລວມ”. ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມກັບບັນດາການນຳທີ່ມາຈາກ 130 ກວ່າປະເທດ ແລະ 30 ອົງການຈັດຕັ້ງສາກົນໃຫ້ເຂົ້າຮ່ວມເຫດການ.

ເວທີປາໄສຈະສຸມໃສ່ປຶກສາຫາລື, ສະຫຼຸບໝາກຜົນການຮ່ວມມືໃນໄລຍະ 10 ປີຜ່ານມາ, ແລກປ່ຽນກ່ຽວກັບແງ່ຫວັງ, ທິດທາງການຮ່ວມມືໃນອະນາຄົດ. ເວທີປາໄສລວມມີ 3 ວາລະປະຊຸມສຸດຍອດ ດ້ວຍຈຸດສຸມກ່ຽວກັບ: “ເສດຖະກິດດີຈີຕອນ ກຳລັງໜູນໃໝ່ຂອງການເຕີບໂຕ”, “ການເຊື່ອມຕໍ່ໃນພື້ນຖານເສດຖະກິດໂລກ”, “ເສັ້ນທາງ ເສດຖະກິດສີຂຽວເພື່ອຄວາມກົມກຽວກັບທຳມະຊາດ” ແລະ 6 ເວທີປາໄສກ່ຽວກັບ: ການພົວພັນດ້ານການຄ້າ, ການພົວພັນແລກປ່ຽນປະຊາຊົນ, ເສັ້ນທາງສາຍໄໝສະອາດ, ການຮ່ວມມືທ້ອງຖິ່ນ, ການຮ່ວມມືລະຫວ່າງບັນດາອົງການຄົ້ນຄ້ວາ ແລະ ຮ່ວມມືຢູ່ທະເລ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານສະເໜີໃຫ້ SK ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ຜັນຂະຫຍາຍບັນດາໂຄງການໃຫ້ໄວທີ່ສຸດ, ແທດຈິງ ແລະ ມີປະສິດທິຜົນ.

Top