• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດການສື່ສານອາຊີ 2019

      ກອງປະຊຸມດັ່ງກ່ວາແມ່ນໜຶ່ງໃນບັນດາເຫດການກະຈາຍສຽງ, ໂທລະພາບສາກົນແຖວໜ້າ, ໄດ້ຈັດຕັ້ງເປັນປະຈຳປີ, ສ້າງເງື່ອນໄຂໃຫ້ແກ່ບັນດາວິທະຍຸກະຈາຍສຽງ, ໂທລະພາບ, ບັນດານັກວາງນະໂຍບາຍດ້ານການສື່ສານໃນທົ່ວໂລກພົບປະແລກປ່ຽນ, ປຶກສາຫາລືເພື່ອແນໃສ່ດັດປັບຄຸນນະພາບການສື່ສານຕໍ່ໜ້າການປະຕິວັດເຕັກໂນໂລຢີ.

ກອງປະຊຸມສຸດຍອດການສື່ສານອາຊີ 2019
      ວັນທີ 12 ມິຖຸນາ, ຢູ່ນະຄອນ Siem Reap, ລາຊະອານາຈັກ ກຳປູເຈຍ, ໄດ້ໄຂກອງປະຊຸມສຸດຍອດການສື່ສານອາຊີຄັ້ງທີ 16 (AMS 16). ກອງປະຊຸມສຸດຍອດການສື່ສານອາຊີຄັ້ງທີ່ 16 ໄດ້ຈັດຕັ້ງດ້ວຍຫົວຂໍ້ວ່າ “ຫັນພາຫະນະການສື່ສານເປັນດີຈີຕອນ - ສຸມໃສ່ພັດທະນາຕະຫຼາດ”, ອັນໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 500 ທ່ານທີ່ມາຈາກ ກ່ວາ 40 ປະເທດ, ໃນນັ້ນ ມີຄະນະຜູ້ແທນ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ, ວິທະຍຸກະຈາຍສຽງ ຫວຽດນາມ. ກອງປະຊຸມດັ່ງກ່ວາແມ່ນໜຶ່ງໃນບັນດາເຫດການກະຈາຍສຽງ, ໂທລະພາບສາກົນແຖວໜ້າ, ໄດ້ຈັດຕັ້ງເປັນປະຈຳປີ, ສ້າງເງື່ອນໄຂໃຫ້ແກ່ບັນດາວິທະຍຸກະຈາຍສຽງ, ໂທລະພາບ, ບັນດານັກວາງນະໂຍບາຍດ້ານການສື່ສານໃນທົ່ວໂລກພົບປະແລກປ່ຽນ, ປຶກສາຫາລືເພື່ອແນໃສ່ດັດປັບຄຸນນະພາບການສື່ສານຕໍ່ໜ້າການປະຕິວັດເຕັກໂນໂລຢີ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top