• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43

ທ່ານປະທານສະພາແຫ່ງຊາດ Samdech Heng Samrin, ປະທານ AIPA ຄັ້ງທີ 43, ຢືນຢັນການຊຸກຍູ້ສັນຕິພາບ ແລະ ນ້ຳໃຈອະນຸລົມລະດັບຊາດ, ພາກພື້ນ ຫຼື ທົ່ວໂລກແມ່ນໜ້າທີ່ບໍ່ສິ້ນສຸດລົງຈັກເທື່ອ
  ພາບລວມໃນມື້ໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43. (ພາບ: ຢວ໊ານເຕິ໋ນ/TTXVN)  

ຕອນເຊົ້າວັນທີ 21 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 43 (AIPA-43) ດ້ວຍຫົວຂໍ້ “ພ້ອມກັບກ້າວຂຶ້ນເພື່ອ ອາຊຽນ ເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ຍືນຍົງ” ໄດ້ໄຂຂຶ້ນຢ່າງເປັນທາງການ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂ.

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ Samdech Heng Samrin, ປະທານ AIPA ຄັ້ງທີ 43, ຢືນຢັນການຊຸກຍູ້ສັນຕິພາບ ແລະ ນ້ຳໃຈອະນຸລົມລະດັບຊາດ, ພາກພື້ນ ຫຼື ທົ່ວໂລກແມ່ນໜ້າທີ່ບໍ່ສິ້ນສຸດລົງຈັກເທື່ອ ແລະ ນະໂຍບາຍການທູດລັດຖະສະພາຂອງ AIPA ສືບຕໍ່ສວມບົດບາດສຳຄັນໃນບັນຫານີ້.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານມາຍັງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 43, ໂດຍຕີລາຄາສູງວິວັດການຮ່ວມມື ແລະ ພັດທະນາຢ່າງເຂັ້ມແຂງຂອງ AIPA ໃນທົດສະວັດຜ່ານມາ ແລະ ການປະກອບສ່ວນ, ສະໜັບສະໜູນຢ່າງຕັ້ງໜ້າຂອງບັນດາລັດຖະສະພາສະມາຊິກ AIPA ສຳລັບລັດຖະບານບັນດາປະເທດສະມາຊິກ ອາຊຽນ. ທ່ານປະທານປະເທດ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງແຮງໃຫ້ແກ່ວິວັດການຮ່ວມມື ແລະ ພັດທະນາຂອງ AIPA, ເພື່ອປະຊາຄົມ ອາຊຽນ ເຂັ້ມແຂວງດ້ວຍຕົນເອງ, ກວມລວມ ແລະ ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top