• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມວິສາມັນເທື່ອທີສອງ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນບາງບັນຫາໃຫຍ່, ສຳຄັນ ແລະ ຮີບດ່ວນ, ເຊິ່ງລວມມີ: ແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2023, ວິໄສທັດຮອດປີ 2050...
ກອງປະຊຸມວິສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV

ຕອນເຊົ້າວັນທີ 5 ມັງກອນ, ກອງປະຊຸມວິສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນຢ່າງສົມກຽດທີ່ຫໍປະຊຸມສະພາແຫ່ງຊາດ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານ; ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ເປັນຜູ້ບໍລິຫານວາລະໄຂ. ກ່ອນພິທີໄຂ, ການນຳພັກ, ລັດ, ລັດຖະບານ ແລະ ບັນດາສະມາຊິກສະພາແຫ່ງຊາດໄດ້ໄປວາງພວງມາລາໄວ້ອາໄລຢູ່ສຸສານ ປະທານ ໂຮ່ຈີມິນ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນບາງບັນຫາໃຫຍ່, ສຳຄັນ ແລະ ຮີບດ່ວນ, ເຊິ່ງລວມມີ: ແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2023, ວິໄສທັດຮອດປີ 2050; ຮ່າງກົດໝາຍວ່າດ້ວຍການຢາ ສະບັບປັບປຸງ; ສະຫລຸບຕີລາຄາກ່ຽວກັບບັນດານະໂຍບາຍສະເພາະກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ບັນຫາການເງິນງົບປະມານແຫ່ງລັດ; ວຽກງານບຸກຄະລາກອນ. ເພື່ອຮັບປະກັນຄຸນນະພາບ ແລະ ຜົນສຳເລັດຂອງກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮຽກຮ້ອງວ່າ:

“ເພື່ອພິຈາລະນາ, ຕັດສິນບາງເນື້ອໃນມີຄວາມສຳຄັນທີ່ສຸດ, ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດເສີມຂະຫຍາຍປະຊາທິປະໄຕ, ຍົກສູງນ້ຳໃຈຄວາມຮັບຜິດຊອບ, ປະກອບຄຳເຫັນທີ່ເລິກເຊິ່ງ ແລະ ມີຄຸນນະພາບ. ສະເໜີໃຫ້ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງສະຫລຸບ, ຮັບເອົາ, ອະພິປາຍບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດຢ່າງຄົບຖ້ວນ, ເຂັ້ມງວດເພື່ອສ້າງຮ່າງກົດໝາຍ, ຮ່າງມະຕິໃຫ້ສົມບູນແບບດ້ວຍຄຸນນະພາບສູງທີ່ສຸດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນທີ່ກອງປະຊຸມຄັ້ງນີ້”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top