• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56

ທີ່ກອງປະຊຸມທາງການເຊິ່ງຈັດຂຶ້ນເປັນເວລາ 4 ວັນນັ້ນ, ຈະຈັດກອງປະຊຸມ 17 ຄັ້ງ, ສຸມໃສ່ 8 ໂຄງການດຳເນີນງານ ປິ່ນອ້ອມບັນຫາຄວາມໝັ້ນຄົງ, ສັນຕິພາບ...
AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໂດຍມີການເຂົ້າຮ່ວມຂອງ 29 ປະເທດ ແລະ 18 ສະຫະສະມາຄົມ

ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ໄດ້ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ຄັ້ງທີ 56 (AMM - 56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມ.

 AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໂດຍມີການເຂົ້າຮ່ວມຂອງ 29 ປະເທດ ແລະ 18 ສະຫະສະມາຄົມ. ທີ່ກອງປະຊຸມທາງການເຊິ່ງຈັດຂຶ້ນເປັນເວລາ 4 ວັນນັ້ນ, ຈະຈັດກອງປະຊຸມ 17 ຄັ້ງ, ສຸມໃສ່ 8 ໂຄງການດຳເນີນງານ ປິ່ນອ້ອມບັນຫາຄວາມໝັ້ນຄົງ, ສັນຕິພາບ ແລະ ຄວາມສາມາດຟື້ນຟູເສດຖະກິດພາກພື້ນ, ສະພາບການສັບສົນຢູ່ບັນດາຈຸດຮ້ອນເຮັ່ງຂອງພາກພື້ນ ກໍຄືໃນໂລກ. ຄາດວ່າ, ບັນດາລັດຖະມົນຕີຈະຮັບຮອງເອົາເອກະສານຮ່ວມມືປະມານ 40 ສະບັບ

ໃນຖານະບົດບາດເປັນອົງການເຊື່ອມຕໍ່ ທີ່ໄດ້ຮັບມອບໝາຍໜ້າທີ່ເຈລະຈາເອກະສານບາງສະບັບທີ່ກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ຢູ່ ອາຊຽນ ໄດ້ຕັ້ງໜ້າ, ເປັນເຈົ້າການປະກອບຫຼາຍຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການປະທານກອງປະຊຸມບັນດາເຈົ້າໜ້າທີ່ອະວຸໂສ ອາຊຽນ (SOM ASEAN), ໃຫ້ຮູ້ວ່າ:

“ການເຂົ້າຮ່ວມຂອງ ຫວຽດນາມ ຄັ້ງນີ້, ກ່ອນອື່ນໝົດແມ່ນເພື່ອຜັນຂະຫຍາຍທຸກມະຕິຂອງພັກ ແລະ ບັນດາແນວທາງ, ແຜນນະໂຍບາຍຂອງ ລັດ ກໍຄືຂອງລັດຖະບານ ຫວຽດນາມ ສຳລັບບັນດາການເຄື່ອນໄຫວຂອງ ຫວຽດນາມ ໃນ ອາຊຽນ. ຫວຽດນາມ ຈະປະກອບສ່ວນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມໃນຂໍ້ຕົກລົງ, ຄວາມກົມກຽວໃນບັນດາຂໍ້ລິເລີ່ມ, ຜົນປະໂຫຍດຂອງບັນດາປະເທດ ແລະ ກໍ່ເຮັດແນວໃດເພື່ອສ້າງການປະພຶດສຳລັບທຸກບັນຫາທີ່ໄດ້ວາງອອກຢ່າງສົມເຫດສົມຜົນ”.

ໃນຂອບເຂດ AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 11 ກໍລະກົດ, ໄດ້ດຳເນີນກອງປະຊຸມຄະນະບໍລິຫານສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ) ແລະ ວາລະພົບປະສົນທະນາກັບບັນດາຜູ້ຕາງໜ້າຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR).

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳ. ວາລະປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຢູ່ ຮ່າໂນ້ຍ, ສົມທົບກັບທາງໄກ ກັບຄະນະຊີ້ນຳຂອງບັນດາແຂວງ, ນະຄອນ.

Top