• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ

ຕອນເຊົ້າວັນທີ 10 ເມສາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມຄັ້ງທີ 33 ຂຶ້ນ. ກອງປະຊຸມດຳເນີນແຕ່ວັນທີ 10 – 18 ເມສາ. 

ໄຂກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ:  Quochoi.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນຂອງລັດ ແລະ ກົດໝາຍວ່າດ້ວຍລັດຖະກອນ. ກົດໝາຍວ່າດ້ວຍຕະຫລາດຫຼັກຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ; ກົດໝາຍວ່າດ້ວຍກຳລັງສຳຮອງເຂົ້າຮ່ວມການລະດົມພົນ; ກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ. ຄະນະປະຈຳສະພາແຫ່ງຊາດກໍ່ຮັບຟັງລັດຖະບານລາຍງານບາງບັນຫາກ່ຽວກັບຮ່າງປະມວນກົດໝາຍແຮງງານ (ສະບັບປັບປຸງ); ໃຫ້ຄຳເຫັນກ່ຽວກັບການຮັບເອົາ, ດັດແກ້ຮ່າງກົດໝາຍປ້ອງກັນ, ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ ແລະ ກົດໝາຍວ່າດ້ວຍຫໍສະໝຸດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ.

(ແຫຼ່ງຄັດຈາກ VOV)


ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top