• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 28 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການສະຫລຸບ, ຖອດຖອນບົດຮຽນຂອງກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມຈະມາເຖິງຂອງສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານກອງປະຊຸມ

ຕອນເຊົ້າວັນທີ 13 ທັນວາ, ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 28. ຄາດວ່າ, ກອງປະຊຸມຈະດຳເນີນໃນເວລາ 3 ວັນ ແລະ ແບ່ງເປັນ 2 ຄັ້ງ (ຄັ້ງທີໜຶ່ງ ໃນວັນທີ 13 – 14 ທັນວາ ແລະ ຄັ້ງທີ 2 ແມ່ນໃນວັນທີ 18 ທັນວາ). ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ 19 ເນື້ອໃນສຳຄັນ, ສຸມໃສ່ 5 ໝວດບັນຫາ. 

ທີໜຶ່ງ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການສະຫລຸບ, ຖອດຖອນບົດຮຽນຂອງກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມຈະມາເຖິງຂອງສະພາແຫ່ງຊາດ, ປຶກສາຫາລືບາງເນື້ອໃນສຳຄັນອື່ນໆ, ຄື: ວາງແຜນເຄືອຂ່າຍໄຟຟ້າແຫ່ງຊາດ, ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການນຳໃຊ້ທົດລອງບາງກົນໄກ, ນະໂຍບາຍສະເພາະເພື່ອຜັນຂະຫຍາຍ 3 ໂຄງການຈຸດໝາຍແຫ່ງຊາດ; ເນື້ອໃນກ່ຽວກັບການເງິນ - ງົບປະມານທີ່ຍັງເຫຼືອ ແລະ ຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ.

ທີສອງ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະລາ ຮັບຮອງເອົາບັນດາໂຄງການດຳເນີນງານໃນປີໜ້າຂອງບັນດາກຳມາທິການສະພາແຫ່ງຊາດ. ທີສາມ, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນ, ພິຈາລະນາສະເໜີເພີ່ມເຕີມບາງຮ່າງກົດໝາຍເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດ… ແລະ ບັນຫາອື່ນອີກຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top