ໄຂກອງປະຊຸມຄັ້ງທີ 23 ຄະນະປະຈຳສະພາແຫ່ງຊາດ
(ພາບ: TTXVN)
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດ ມີ 14 ເນື້ອໃນ, ດ້ວຍ 4 ໝວດບັນຫາຕ້ອງພິຈາລະນາ, ປຶກສາຫາລື. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ສະເໜີວ່າ.
“ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ລັດຖະບານ ຄວນສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຖອດຖອນບົດຮຽນຢ່າງເຂັ້ມງວດ ເພື່ອສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ແລະ ບັນດາອົງການຂອງສະພາແຫ່ງຊາດຢ່າງແໜ້ນແຟ້ນ, ຮັບປະກັນຄຸນນະພາບຄວາມຄືບໜ້າກະກຽມບັນດາເນື້ອໃນກ່ອນທີ່ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ນຳເຂົ້າລາຍການຂອງກອງປະຊຸມ, ເພື່ອຫຼີກລ້ຽງການປັບປຸງ, ເພີ່ມເຕີ່ມ ແລະ ຖອດຖອນບົດຮຽນຄືໄລຍະຜ່ານມາ ກໍຄືທີ່ກອງປະຊຸມຄັ້ງນີ້”.
ໃນຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍວ່າດ້ວຍຕຳຫຼວດທະເລ. ຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມສະເພາະ, ໃຫ້ຄຳເຫັນກ່ຽວກັບບົດລາຍງານຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ, ນຳໃຊ້ທຶນ, ຊັບສິນຂອງລັດ ຢູ່ບັນດາວິສາຫະກິດ ແລະ ຫັນລັດວິສາຫະກິດເປັນຫຸ້ນສ່ວນໄລຍະ 2011 - 2016”.
(ແຫຼ່ງຄັດຈາກ VOV)