• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄະນິດສາດ ຫວຽດນາມ - ອາເມລິກາ 2019

      ວັນທີ 10 ມິຖຸນາ, ຢູ່ສູນວິທະຍາສາດ ແລະ ການສຶກສາວິຊາຊີບແບບປະສົມນານາຊາດ, ນະຄອນກຸຍເຍິນ, ແຂວງບິ່ງດິ້ງ ຂອງຫວຽດນາມ, ສະມາຄົມວິທະຍາສາດ ກສຍພົບປະຂອງຫວຽດນາມ ແລະ ສະຖານບັນຄົ້ນຄວ້າຂັ້ນສູງ ກ່ຽວກັບຄະນິດສາດ (VIASM) ໄດ້ຈັດພິທີໄຂກອງປະຊຸມຄະນິດສາດ ຫວຽດນາມ - ອາມເລິກາ 2019.

ພິທີໄຂກອງປະຊຸມຄະນິດສາດ ຫວຽດນາມ - ອາເມລິກາ 2019 (ພາບ:TTXVN)
      ກອງປະຊຸມດັ່ງກ່າວຖືກດໍາເນີນໃນລະຫວ່າງວັນທີ 10 – 13 ມິຖຸນາ, ພາຍໃຕ້ການເປັນປະທານຂອງ ສາດສະດາຈານ ໂງບ໋າວເຈົາ (ຜູ້ຕາງໜ້າສະຖານບັນຄົ້ນຄວ້າຂັ້ນສູງກ່ຽວກັບ ຄະນິດສາດ ຢູ່ຫວຽດນາມ ແລະ ມະຫາວິທະຍາໄລ Chicago ຂອງ ອາເມລິກາ) ພ້ອມດ້ວຍສາດສະດາຈານ Brian Boe (ສັງກັດມະຫາວິທະຍາໄລ Georgia – ອາເມລິກາ) ແລະ ມີນັກວິທະຍາສາດ  300 ຄົນ ທີ່ມາຈາກ ອາເມລິກາ ແລະ ຫວຽດນາມເຂົ້າຮ່ວມ.
        ຕາມທ່ານສາດສະດາຈານ ໂງບ໋າວເຈົາ ແລ້ວ: ກອງປະຊຸມດັ່ງກ່າວ ແມ່ນເພື່ອແນໃສ່ແນະນໍາບັນດາໝາກຜົນການຄົ້ນຄວ້າ ຫຼືທິດທາງໃໝ່ໃນບັນດາວິຊາສະເພາະທີ່ແຕກຕ່າງກັນຄື ຄະນິດສາດ, ເຊິ່ງເປັນກາລະໂອກາດເພື່ອຊຸກຍູ້ການຮ່ວມມືລະຫວ່າງປະຊາຄົມຄະນິດສາດຫວຽດນາມ ແລະ ອາເມລິກາ; ສົ່ງເສີມບັນດານັກຄົ້ນຄວ້າທີ່ໜຸ່ມແໜ້ນເຂົ້າຮ່ວມການພົບປະ ແລກປ່ຽນກັບບັນດານັກວິທະຍາສາດຂອງຫວຽດນາມ ແລະ ອາເມລິກາ, ສໍາຜັດກັບທິດຄົ້ນຄວ້າໃໝ່ ແລະ ທັນສະໄໝໃນທົ່ວໂລກ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top