• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 10

ຕອນບ່າຍວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພັກກອງທັບສູນກາງໄດ້ດຳເນີນກອງປະຊຸມຄັ້ງທີ 10, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກກອງທັບສູນກາງ ໄດ້ສົ່ງເນື້ອໃນບົດກ່າວປາໄສຊີ້ນຳ. ທ່ານປະທານປະເທດໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 10 ຖືກໄຂຂຶ້ນຢູ່ຮ່າໂນ້ຍ

ໃນບົດກ່າວປາໄສສົ່ງເຖິງກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະເໜີໃຫ້ຄະນະພັກກອງທັບສູນກາງສຸມໃສ່ຊີ້ນຳ ຄວາມຕັດສິນໃຈ 5 ຂໍ້ ແລະ ຄວາມເປັນເຈົ້າການ 5 ຂໍ້

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານປະທານປະເທດ ໂຕເລີມ ເນັ້ນໜັກເຖິງຫຼາຍບັນຫາທີ່ ຄະນະພັກກອງທັບສູນກາງ ແລະ ກະຊວງປ້ອງກັນປະເທດຕ້ອງປະຕິບັດ. ໃນນັ້ນ ເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນປະເທດ, ສຸມໃສ່ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນຕິດພັນກັບພື້ນຖານການປ້ອງກັນຄວາມສະຫງົບປະຊາຊົນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ    ບັນດາການເຄື່ອ່ນໄຫວພັດທະນາເສດຖະກິດທະເລ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ ຄະນະພັກກອງທັບສູນກາງ ສືບຕໍ່ເປັນເຈົ້າການ, ມີໄຫວພິບ, ກຳແໜ້ນ, ຄາດຄະເນ, ຕີລາຄາສະພາບການຢ່າງຖືກຕ້ອງ, ເປັນເສນາທິການໃຫ້ແກ່ພັກ, ລັດ ວາງແຜນນະໂຍບາຍ ຍຸດໂທການທະຫານ ແລະ ການປ້ອງກັນປະເທດ ຕອບສະໜອງໜ້າທີ່ປົກປັກຮັກສາປະເທດຊາດໃນສະເພາະໜ້າ ແລະ ຍາວນານ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top