• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢຸ ຕ້ອນ​ຮັບ​ບຸນ​ເຕັດ​ເຕັມ​ໄປ​ດ້ວຍຄວາມ​ຮັກ​ແພງ

ຈຸດປະສົງຂອງພິທີບໍ່ພຽງແຕ່ແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດ ຫວຽດນາມ ມາເຂົ້າໃກ້ກັບນັກສຶກສາໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພວກນ້ອງໆ ສົ່ງສານກ່ຽວກັບຈຸດວັດທະນະທຳອັນດີງາມໃຫ້ແກ່ເພື່ອນມິດສາກົນອີກດ້ວຍ.

ຕອນເຊົ້າວັນທີ 1 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ ໄດ້ຈັດລາຍການຕ້ອນຮັບບຸນເຕັດ ປີມະໂລງ 2024. ເຂົ້າຮ່ວມເຫດການມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າສະມາຄົມໃຫຍ່ ຊາວ ຫວຽດນາມ ປະຈຳລາວ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ; ຜູ້ຕາງໜ້າການນຳພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງ ລາວ ພ້ອມກັບຄູອາຈານ, ຍາດຕິພີ່ນ້ອງ ແລະ ນັກຮຽນໂຮງຮຽນເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ພິທີ,  ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ຈຸດປະສົງຂອງພິທີບໍ່ພຽງແຕ່ແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດ ຫວຽດນາມ ມາເຂົ້າໃກ້ກັບນັກສຶກສາໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພວກນ້ອງໆ ສົ່ງສານກ່ຽວກັບຈຸດວັດທະນະທຳອັນດີງາມໃຫ້ແກ່ເພື່ອນມິດສາກົນອີກດ້ວຍ.

ຢູ່ພິທີ, ບັນດາຜູ້ແທນພ້ອມກັບຄູອາຈານ ແລະ ນ້ອງໆນັກຮຽນໄດ້ພ້ອມກັນ ຮັບປະທານບັນດາເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍລົດຊາດບຸນເຕັດທີ່ເປັນມູນເຊື້ອ ຂອງ ຫວຽດນາມ ແລະ ເຊື່ອມຕົວເຂົ້າກັບຈັງຫວະທີ່ເບີກບານມ່ວນຊືນຕ້ອນຮັບລະດູບານໃໝ່ແຫ່ງບ້ານເກີດເມືອງນອນ.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top