• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Ebola: WHO ກ່າວ​ເຕືອນ​ໂລ​ກ​ລະ​ບາດ​ພວມ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ຢ່າງວ່ອງ​ໄວ

ອົງ​ການ WHO ຕີ​ລາ​ຄາວ່າ​ປະ​ຈຸ​ບັນ, ຄວາມ​ສ່ຽງໃນ​ລະ​ດັບ “ສູ​ງ​ທີ່​ສຸດ” ​ແມ່ນສຳ​ລັບ ສ​ປ. ກົງ​ໂກ ແລະ ລະ​ດັບ “ສູງ” ​ສຳ​ລັບ Ugandaແລະບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຊາຍ​ແດນ​ດິນ​ຕິດ​ຈອດ​ກັນ​ທາງ​ບົກ​ກັບ​ບັນ​ດາ​ເຂດ​ຖືກ​ຜົນ​ກະ​ທົບ, ແລະ ລະ​ດັບ “ຕ່ຳ” ສຳ​ລັບ​ບັນ​ດາ​ປະ​ເທດ​ຍັງ​ເຫຼືອ​ຢູ່​ ອາ​ຟະ​ລິ​ກາ ແລະ ໃນ​ທົ່ວ​ໂລກ.
  ໄລ່​ຮອດ​ວັນ​ທີ 07 ມິ​ຖຸ​ນາ, ສ​ປ​.ກົງ​ໂກ ໄດ້​ຮັບ​ຮູ້​ 515 ກໍ​ລະ​ນີ​ຕິດ​ເຊື້ອ (ພ​າບ: REUTERS/Gradel Muyisa Mumbere)  

ວັນ​ທີ 8 ມິ​ຖຸ​ນາ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໃຫ້​ຮູ້​ວ່າ ໂລກ​ລະ​ບາດ Ebola ຢູ່ ສ​ປ. ກົງ​ໂກ ພວມ​ແຜ່​ລາມ​ອອ​ກ​ສູ່​ວົງ​ກວ້າງ, ຈຳ​ນວນ​ກໍ​ລະ​ນີ​ຕິດ​ເຊື້ອ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຂອບ​ເຂດ​ພູ​ມີ​ສາດກວ້າງກວ່າ ແລະ ແຜ່​ລະ​ບາດ​ຂ້າມ​ຊາຍ​ແດນ​ໄປ​ຍັງ Uganda. ໃນລາຍ​ການ​ຂ່າວ​​ທີ່ອັບ​ເດັດຫຼ້າ​ສຸດ​ນີ້, ອົງ​ການ WHO ຕີ​ລາ​ຄາວ່າ​ປະ​ຈຸ​ບັນ, ຄວາມ​ສ່ຽງໃນ​ລະ​ດັບ “ສູ​ງ​ທີ່​ສຸດ” ​ແມ່ນສຳ​ລັບ ສ​ປ. ກົງ​ໂກ ແລະ ລະ​ດັບ “ສູງ” ​ສຳ​ລັບ Ugandaແລະບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຊາຍ​ແດນ​ດິນ​ຕິດ​ຈອດ​ກັນ​ທາງ​ບົກ​ກັບ​ບັນ​ດາ​ເຂດ​ຖືກ​ຜົນ​ກະ​ທົບ, ແລະ ລະ​ດັບ “ຕ່ຳ” ສຳ​ລັບ​ບັນ​ດາ​ປະ​ເທດ​ຍັງ​ເຫຼືອ​ຢູ່​ ອາ​ຟະ​ລິ​ກາ ແລະ ໃນ​ທົ່ວ​ໂລກ.

ໄລ່​ຮອດ​ວັນ​ທີ 07 ມິ​ຖຸ​ນາ, ສ​ປ​.ກົງ​ໂກ ໄດ້​ຮັບ​ຮູ້​ 515 ກໍ​ລະ​ນີ​ຕິດ​ເຊື້ອ, ໃນ​ນັ້ນ ມີ 91 ກໍ​ລະ​ນີ​ເສຍ​ຊີ​ວິດ. Uganda ລາ​ຍ​ງານ​ວ່າ​ມີ 19 ກໍ​ລະ​ນີ​ຕິດ​ເຊື້ອ​, ໃນ​ນັ້ນ ມີ 2 ກໍ​ລະ​ນີ​ເສຍ​ຊີ​ວິດ. ປັດ​ຈຸ​ບັນ, WHO ພວມ​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ແຫ່ງ​ຊາດ ແລະ ບັນ​ດາ​ຄ່​ູ່​ຮ່ວມ​ມື​ເພື່ອປະ​ຕິ​ບັດບັນ​ດາມ​າດ​ຕະ​ການ​ຮັບ​ມື.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top