• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid – 19: ຫວຽດ​ນາມ​ມີ​ກຳ​ລັງ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພ​ໍ​ໃນ​ການ​ຄວ​ບ​ຄຸມ​ໂລກ​ລະ​ບາດ

ຫວຽດນາມມີກຳລັງຄວາມສາມາດ, ແຫຼ່ງກຳລັງ, ຈິດໃຈ ແລະ ປະສົບການຢ່າງພຽງພໍເພື່ອຄວບຄຸມໂລກລະບາດ, ມີວິທະຍາສາດ - ເຕັກໂນໂລຢີ, ມີຖັນແຖວແພດໝໍເກັ່ງ, ມີລະບົບໂຮງໝໍລົງເລິກຂະແໜງ ເຊິ່ງໄດ້ປິ່ນປົວຜູ້ທີ່ຕິດ Covid – 19 16 ຄົນຫາຍດີເປັນປົກກະຕິ ແລະ ອອກໂຮງໝໍ, ໄລຍະທີ່ຜ່ານມາບໍ່ມີຜູ້ໃດເສຍຊີວິດ. ນີ້ແມ່ນເນື້ອໃນປະກາດສະຫຼຸບຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢູ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການສະກັດກັ້ນ, ຕ້ານໂລກລະບາດ Covid – 19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ຕາມນັ້ນແລ້ວ, ຄະນະປະຈຳລັດຖະບານໄດ້ເຫັນດີເປັນເອກະພາບກັບບົດລາຍງານຂອງຄະນະຊີ້ນຳການສະກັດກັ້ນ, ຕ້ານໂລກລະບາດ Covid - 19 ແຫ່ງຊາດ, ຫວຽດນາມໄດ້ກະກຽມ ກໍລະນີຕ່າງໆໃຫ້ເປັນຢ່າງດີດັ່ງນັ້ນ ຈຶ່ງບໍ່ຕົກຢູ່ໃນທ່າຮັບໃນການຄວບຄຸມສະພາບການ. ຫຼັງຈາກ 22 ວັນທີ່ ບໍ່ກວດພົບກໍລະນີຕິດເຊື້ອ Covid – 19 ໃໝ່ຕື່ມອີກ, ປັດຈຸບັນ, ຫວຽດນາມ ໄດ້ຮັບເອົາ ຜູ້ຕິດເຊື້ອ Covid – 19 ໃໝ່ຕື່ມອີກ 18 ຄົນ. ຕໍ່ໜ້າການຜັນແປຢ່າງສັບສົນຂອງສະພາບໂລກລະບາດ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ: ປະກາດຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງໂລກລະບາດ Covid – 19 ຕ້ອງຮັບປະກັນໃຫ້ທັນການ, ຄົບຖ້ວນ, ເປີດເຜີຍ, ໂປ່ງໃສ, ຊອກຫາຜູ້ເປັນແຫຼ່ງລະບາດໃຫ້ໄວທີ່ສຸດ ແລະ ບັນດາຜູ້ທີ່ສຳຜັດກໍ່ຕ້ອງໄດ້ ແຍກຕົວຢູ່ຕ່າງຫາກຢ່າງຄົບຖ້ວນ. ພ້ອມກັນນັ້ນ, ຕ້ອງຮັບປະກັນການສະໜອງບັນດາປະເພດສິນຄ້າບໍລິໂພກທີ່ຈຳເປັນຢ່າງຄົບຖ້ວນເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ.

ທ່ານນາຍົກລັດຖະມົນຕີກໍ່ເຫັນດີໃຫ້ໂຈະຊົ່ວຄາວຕໍ່ການຍົກເວັ້ນ ວີຊາ ແຕ່ຝ່າຍດຽວກັບ 8 ປະເທດຄື: ແດນມາກ, ນອກແວ, ແຟງລັງ, ຊູແອັດ, ອັງກິດ, ຝລັ່ງ, ເຢຍລະມັນ, ແອັດສະປາຍ ແລະ ໂຈະຊົ່ວຄາວກ່ຽວກັບຜົນສັກສິດຂອງ ວີຊາທີ່ອອກໃຫ້ຊາວຫວຽດນາມທີ່ພວມອາໄສຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດທີ່ເປັນ ເມຍ, ຜົວ, ລູກ ຂອງຊາວຫວຽດນາມທີ່ອາໄສຢູ່ 8 ປະເທດດັ່ງກ່າວ. ເຫັນດີການປະຕິບັດແຈ້ງອາການສຸຂະພາບແບບບັງຄັບ ສຳລັບຜູ້ທີ່ເດີນທາງເຂົ້າປະເທດຫວຽດນາມ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top