• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid – 19, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ຊຽນ ແລະ ບົດ​ບາ​ດ​ປະ​ສານ​ງານ​ຂອງ​ ຫວຽດ​ນາມ

ຕາມແຜນການແລ້ວ, ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນພິເສດ ແລະ ອາຊຽນ + 3 ພິເສດກ່ຽວກັບ Covid – 19 ໄດ້ດຳເນີນໃນວັນທີ 4 ມິຖຸນາ ຢູ່ຮ່າໂນ້ຍ.

ພາບປະກອບ 

ດ້ວຍບົດບາດເປັນປະທານອາຊຽນ 2020, ຫວຽດນາມໄດ້ພ້ອມກັບບັນດາປະເທດອາຊຽນຜັນຂະຫຍາຍຫຼາຍມາດຕະການ ແລະ ແຜນການກະທຳເພື່ອແນໃສ່ເປັນເຈົ້າການໃນການສະກັດກັ້ນ ແລະ ຮັບມືກັບໂລກລະບາດ. ທ່ານເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ປະທານກຸ່ມບັນດາລັດຖະມົນຕີເສດຖະກິດອາຊຽນຢັ້ງຢືນທີ່ກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນພິເສດ ແລະ ອາຊຽນ +3 ພິເສດກໍ່ຄືບັນດາກອງປະຊຸມຂັ້ນສູ່ງຕ່າງໆ, ບັນດາການນຳອາຊຽນ ແລະ ອາຊຽນ+3ລ້ວນແຕ່ມຸ່ງໄປສູ່ ເປົ້າໝາຍຢ່າງແທດຈິງໃນຈຸດເວລານີ້ ນັ້ນແມ່ນຮັບມືກັບໂລກລະບາດ Covid – 19 ຢ່າງມີປະສິດທິຜົນ ແລະ ຟື້ນຟູພື້ນຖານເສດຖະກິດໃນພາກພື້ນ ອາຊຽນ, ອາຊຽນ ແລະ ບັນດາຄູ່ຮ່ວມມື. ທ່ານກ່າວວ່າ:

  ຮອດເວລາແລ້ວ ທີ່ພວກເຮົາຕ້ອງສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຢ່າງແຮງກ່ວາອີກຂອງບັນດາປະເທດອາຊຽນ ກໍ່ຄືບັນດາຄູ່ຮ່ວມມືເພື່ອມີບັນດານະໂຍບາຍໃໝ່ທີ່ເໝາະສົມກ່ວາອີກກ່ຽວກັບການລົງທຶນ, ແຮງງານ, ການຕະຫຼາດ, ການເງິນ…, ຈັດຕັ້ງຢ່າງແໜ້ນແຟ້ນກ່ວາລະຫວ່າງບັນດາປະເທດອາຊຽນກັບບັນດາຄູ່ຮ່ວມມືເພື່ອສ້າງໂຄງປະກອບບັນດາລະບົບສະໜອງຄືນໃໝ່, ຮັບປະກັນຄວາມສາມາດໃນການປັບຕົວໃຫ້ແທດເໝາະກວ່າ, ຍືນຍົງກ່ວາ ແລະ ມີປະສິດທິຜົນກ່ວາຂອງບັນດາພື້ນຖານເສດຖະກິດອາຊຽນຕໍ່ຄວາມສ່ຽງໃໝ່ໃນອະນາຄົດ…

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top