ຂ່າວສານ
ໂລກວິຕົກກັງວົນຕໍ່ແຜນການສ້າງເຂດຕັ້ງຖິ່ນຖານຄົງທີ່ໃໝ່ຂອງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ
ວັນທີ 14 ສິງຫາ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງຢຸດຕິໃນທັນທີແຜນການສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດ E1ຂຶ້ນກັບເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນທີ່ຖືກຍຶດຄອງ ແລະ ທ່ານກ່າວເຕືອນວ່າ ນີ້ແມ່ນການກະທຳລະເມີດກົດໝາຍສາກົນ, ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ແລະ ນາບຂູ່ແງ່ຫວັງມາດຕະການສອງລັດຢ່າງຮ້າຍແຮງ.
ໃນວັນດຽວກັນ, ທ່ານ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດຂອງ ອີຢູ ກໍ່ໄດ້ຊຸກຍູ້ ອິດສະຣາແອັນ ລົບລ້າງແຜນການ, ກ່າວເຕືອນວ່າການກໍ່ສ້າງຢູ່ E1 ຈະ “ກໍ່ຜົນເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້” ໃຫ້ແກ່ມາດຕະການສອງລັດ. ອີຢູ ຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງຢຸດຕິທັງໝົດນະໂຍບາຍຕັ້ງຖິ່ນຖານຄົງທີ່, ທຳລາຍ, ເນລະເທດ, ຮິບເອົາເຮືອນຢູ່ ແລະ ບັນດາການກະທຳເພີ່ມການໃຊ້ຄວາມຮຸນແຮງ.
ອີຢີບ, ຕວກກີ ກໍ່ໄດ້ອອກຖະແຫຼງການຄັດຄ້ານຢ່າງແຮງ. ກະຊວງການຕ່າງປະເທດ ອີຢີບ ຖືວ່າ ຂໍ້ຕົກລົງເຊັນອະນຸມັດເຮືອນໃໝ່ກ່ວາ 3400 ຫຼັງຢູ່ E1 ຂອງທ່ານ Bezalel Smotrich ລັດຖະມົນຕີກະຊວງການເງິນ ອິດສະຣາແອັນ ແມ່ນໄດ້ລະເມີດກົດໝາຍສາກົນ ແລະ ກ່າວເຕືອນວ່າ ບໍ່ສາມາດບັນລຸໄດ້ຄວາມສະຫງົບປອດໄພ, ສະຖຽນລະພາບ ຖ້າຫາກວ່າສືບຕໍ່ເມີນເສີຍຕໍ່ສິດຜົນປະໂຫຍດອັນຊອບທຳຂອງຊາວ ປາແລັດສະຕິນ. ສ່ວນ ຕວກກີ ຖືວ່າ ການກະທຳນີ້ອາດຈະທຳລາຍແງ່ຫວັງສັນຕິພາບ.








