• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ໃນທົ່ວໂລກຍັງສືບຕໍ່ມີການຜັນແປຢ່າງຮ້າຍແຮງ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 00 ນາທີຂອງວັນທີ 12 ເມສາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 136,61 ລ້ານຄົນ,  ໃນນັ້ນ ມີ 2,94 ລ້ານຄົນເສຍຊີວິດ ແລະ ມີ 109,84 ລ້ານຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.
ຊາວນະຄອນຫຼວງ ວຽງຈັນ ໃສ່ຜ້າອັດປາກ ສະກັດກັ້ນໂລກລະບາດ ໂຄວິດ - 19 (ພາບ: THX/TTXVN)
      ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຍົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອ 31.918.591 ຄົນ, ໃນນັ້ນ ມີ 575.829 ຄົນ ເສຍຊີວິດ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
        ສະພາບການໂລກລະບາດໂຄວິດ - 19 ມີການຜັນແປຮ້າຍແຮງເປັນພິເສດ, ໃນນັ້ນ ມີພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໄລ່ມາຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ກຳປູເຈຍ ແມ່ນ 4.238 ຄົນ, ໃນນັ້ນມີ 29 ຄົນ ເສຍຊີວິດ. ວັນທີ 11 ເມສາ, ຫ້ອງການອົງການອະນາໄມໂລກ ປະຈຳ ກຳປູເຈຍ ກ່າວເຕືອນວ່າ ກຳປູເຈຍ ພວມຢືນຢູ່ປາກເຫວຍ້ອນໂລກລະບາດໂຄວິດ - 19. ທ່ານນາງ Li Ailan ຜູ້ຕາງໜ້າ ອົງການ ອະນາໄມໂລກ ປະຈຳ ກຳປູເຈຍ ເນັ້ນໜັກວ່າ ບັນດາກໍລະນີຕິດເຊື້ອລາຍໃໝ່ຢູ່ ກຳປູເຈຍ ໄດ້ຮັບການຢັ້ງຢືນເພີ່ມຂຶ້ນໃນແຕ່ລະມື້, ຖ້າຫາກວ່າປະເທດນີ້ບໍ່ສະກັດກັ້ນການແຜ່ລະບາດຄັ້ງນີ້ໄດ້ ແມ່ນທັງລະບົບສາທາລະນະສຸກຂອງ ກຳປູເຈຍ ຈະມີຄວາມສ່ຽງຖືກພັງທະລາຍລົງ ອັນໄດ້ກໍ່ຜົນຮ້າຍຢ້ອນຫຼັງຢ່າງຮ້າຍກາດທີ່ສຸດ.  
        ໃນຂະນະນັ້ນ, ລາວ ຫາກໍຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ 2 ກໍລະນີ, ໃນນັ້ນ ມີ 1 ກໍລະນີ ແມ່ນຕິດເຊື້ອໃນຊຸມຊົນ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເປັນ 51 ຄົນ. ທັງສອງກໍລະນີດັ່ງກ່າວລ້ວນແຕ່ຢູ່ນະຄອນຫຼວງ ວຽງຈັນ. ມາຮອດປັດຈຸບັນ, ລາວ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 51 ຄົນ, ພວມປິ່ນປົວ 6 ຄົນ ແລະ ຍັງບໍ່ມີກໍລະນີເສຍຊີວິດເທື່ອ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top