• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດ

      ວັນທີ 17 ມີນາ,  Gambia ເຊິ່ງແມ່ນປະເທດໃໝ່ສຸດໃນໂລກມີຜູ້ຕິດເຊື້ອໄວຣັດSARS-CoV-2 ຄົນທຳອິດ.
      ໄລ່ຮອດວັນທີ 17 ມີນາ, ທົ່ວໂລກໄດ້ມີ 185.000 ຄົນຕິດເຊື້ອໄວຣັດSARS-CoV-2, ໃນນັ້ນມີຜູ້ເສຍຊີວິດເກືອບ 7.500 ຄົນ. ເອີລົບແມ່ນເຂດໃຈກາງແຫ່ງໃໝ່ຂອງໂລກເກີດໂລກລະບາດ ໂຄວິດ-19 ຮ້າຍແຮງທີ່ສຸດ, ເມື່ອໂລກລະບາດນີ້ໄດ້ແຜ່ລະບາດໄປທົ່ວເອີລົບດ້ວຍເລື່ອງ Montenegroມີກໍລະນີຕິດເຊື້ອໄວຣັດSARS-CoV-2 ຄົນທຳອິດ.
        ອີຕາລີຍັງແມ່ນປະເທດເກີດໂລກລະບາດຮ້າຍແຮງທີ່ສຸດ, ເມື່ອວັນທີ 17 ມີນາ, ມີ 345 ຄົນເສຍຊີວິດ, ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເຖິງ 2.500 ຄົນ.
ຢູ່ປະເທດຝລັ່ງ, ເຢຍລະມັນ, ໂຮນລັງ, ອັງກິດຈຳນວນຜູ້ຕິດເຊື້ອໄວຣັດໃໝ່ ແລະ ເສຍຊີວິດສືບຕໍ່ໄດ້ເພີ່ມຂຶ້ນ.ໃນຂະນະນັ້ນ, ຢູ່ປະເທດອາເມລິກາ ແລະ ອີຣານ ກໍ່ສືບຕໍ່ລະບາດຢ່າງແຮງແລະແຜ່ລາມອອກສູ່ວົງກວ້າງ.
ໃນຂະນະນັ້ນ, ຢູ່ພາກພື້ນອາຊຽນ, ວັນທີ 17 ມີນາ, ກະຊວງສາທາລະນະສຸກສິງກະໂປໃຫ້ຮູ້ວ່າ, ມີຜູ້ຕິດເຊື້ອໄວຣັດSARS-CoV-2 ໃໝ່ຕື່ມອີກ 23 ຄົນ, ຍົກຈຳນວນຜູ້ຕິດໂຄວິດ-19 ຂຶ້ນເປັນ 226 ຄົນ. ຢູ່ກຳປູເຈຍກໍ່ມີຜູ້ຕິດເຊື້ອໄວຣັດSARS-CoV-2ໃໝ່ຕື່ມອີກ 9 ຄົນ, ຍົກຈຳນວນຜູ້ຕິດໂຄວິດ-19 ຂຶ້ນເປັນ 33 ຄົນ. ສ່ວນຢູ່ໄທມີຜູ້ຕິດເຊື້ອໄວຣັດSARS-CoV-2 ໃໝ່ຕື່ມອີກ 30 ຄົນ, ຍົກຈຳນວນຜູ້ຕິດໂຄວິດ-19 ຂຶ້ນເປັນ 177 ຄົນ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Mikhail Mishustin

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Mikhail Mishustin

ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງໄວໜຸ່ມສອງປະເທດເພື່ອແນໃສ່ເພີ່ມທະວີຄວາມຮູ້.

Top