• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19 ຍັງສືບຕໍ່ຜັນແປຢ່າງສັບສົນໃນໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ທັງໝົດແມ່ນ 21.335.960 ຄົນ, ໃນນັ້ນ ມີ 762.430 ຄົນເສຍຊີວິດ. 

ພາບປະກອບ / THX/TTXVN

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຢູ່ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 5,3 ລ້ານຄົນ ແລະ ເກືອບ 170.000 ຄົນເສຍຊີວິດ. ໃນຂະນະນັ້ນ, ອິນເດຍ ສືບຕໍ່ກວດພົບຜູ້ຕິດເຊື້ອໂຄວິດ-19ເພີ່ມຂຶ້ນບັນລຸລະດັບສະຖິຕິ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 65.000 ຄົນໃນ 24 ຊົ່ວໂມງຜ່ານມາ, ໄດ້ຍົກຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ປະເທດນີ້ ຂຶ້ນເປັນ 2.525.000 ຄົນ.

        ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19, ຫລາຍປະເທດໄດ້ເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນ. ກະຊວງການຕ່າງປະເທດ ເຢຍລະມັນ ກໍ່ໄດ້ປະກາດຄຳເຕືອນໄພການທ່ອງທ່ຽວສຳລັບທຸກພາກພື້ນທີ່ມີຄວາມສ່ຽງຕິດເຊື້ອຢ່າງສູງ. ການາດາ, ອາເມລິກາ ສືບຕໍ່ຈຳກັດການເຄືຶ່ອນໄຫວໄປມາບໍ່ຈຳເປັນຜ່ານຊາຍແດນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top