• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025: ພື້ນຖານແກ່ການບຸກທະລຸ

      ໃນວາລະປະຊຸມສະພາແຫ່ງຊາດທີ່ດຳເນີນໃນຕອນເຊົ້າວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໊ຢຸງ ສະເໜີບົດລາຍງານກ່ຽວກັບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2016 – 2020 ແລະ ການຄາດຄະເນແຜນການໄລຍະ 5 ປີ ແຕ່ປີ 2021 – 2025. 
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໊ຢຸງ (ພາບ: TTXVN)
        ບົດລາຍງານດັ່ງກ່າວ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງທັດສະນະພັດທະນາ, ເປົ້າໝາຍກວມລວມ ແລະ ບັນດາມາດຕະການຕົ້ນຕໍທີ່ໄດ້ວາງອອກເພື່ອໃຫ້ ຫວຽດນາມ ສາມາດພັດທະນາຢ່າງບຸກທະລຸໃນໄລຍະຈະມາເຖິງ.
        ຕາມບົດລາຍງານດັ່ງກ່າວແລ້ວ, ເປົ້າໝາຍກວມລວມຂອງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025 ຂອງ ຫວຽດນາມ ແມ່ນຮັບປະກັນການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ, ບົນພື້ນຖານເພີ່ມທະວີຄວາມເປັນປົກກະຕິຂອງເສດຖະກິດມະຫາພາກແບບຍືນຍົງ, ພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ສູ້ຊົນຮອດປີ 2025 ກາຍເປັນປະເທດພວມພັດທະນາມີອຸດສາຫະກຳຕາມທິດທັນສະໄໝ ແລະ ຫຼຸດພົ້ນອອກຈາກປະເທດທີ່ມີລະດັບລາຍຮັບປານກາງຕ່ຳ. ໃນວິວັດທະນາການພັດທະນາປະເທດຊາດ, ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງການຮັບປະກັນການຊ່ວຍໜູນ ແລະ ສະຫວັດດີການສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ຂອງ ຫວຽດນາມ ໄດ້ວາງອອກ 23 ມາດຖານຫຼັກ. ໃນນັ້ນມີບາງມາດຖານສຳຄັນຄື: ການເຕີບໂຕ GDP ສະເລ່ຍໄລຍະ 5 ປີ ຢູ່ໃນລະດັບປະມານ 6,5 – 7%; ອັດຕາຄອບຄົວທຸກຍາກຕາມມາດຖານຫຼາຍດ້ານ ຈະຫຼຸດລົງ 1 – 1,5%; ອັດຕາເຂົ້າຮ່ວມປະກັນສຸຂະພາບ ບັນລຸ 95% ຈຳນວນປະຊາກອນ.
ຕອນບ່າຍວັນທີ 22 ກໍລະກົດ,ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຕາມຫນ່ວຍ ກ່ຽວກັບການຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ, ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະບັນດາມາດຕະການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ງົບປະມານແຫ່ງລັດ 6 ເດືອນທ້າຍປີ. ກ່າວຄຳເຫັນທີ່ການປຶກສາຫລື, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ເນັ້ນຫນັກ: ເລື່ອງຊຸກຍູ້ວິວັດການຄົ້ນຄ້ວາ, ຜະລິດ, ນຳໃຊ້ ວັກຊີນ ພາຍໃນໃນປະເທດ ບົນຈິດໃຈຮີບເຮັ່ງ ແລະ ລະມັດລະວັງ. ໃນໄລຍະຍາວ ທ່ານປະທານປະເທດ ເອົາໃຈໃສ່ເນັ້ນຫນັກ ຄວາມສຳຄັນຂອງການກະກຽມແຫລ່ງຊັບພະຍາກອນມະນຸດເປັນຢ່າງດີ. ຕ້ອງປຸກລຸກຈິດໃຈປ່ຽນໃຫມ່ປະດິດຄິດສ້າງ ເຄີຍແມ່ນທ່າແຮງຂອງຊາວ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top