• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳສິ່ງຍອດຍິ່ງຂອງຊຸດເສື້ອຍາວ ຫວຽດນາມ ກັບເພື່ອນມິດສາກົນຢູ່ ອາເມລິກາ

ຜ່ານການເຄື່ອນໄຫວຄັ້ງນີ້, ແຂກຖືກເຊີນໄດ້ຮັບຝັງການແນະນຳກ່ຽວກັບປະຫວັດສາດຂອງຂອງຊຸດເສື້ອຍາວ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ ຄືວັນທີ 20 ຕຸລາ, ວັນທີ 04 ຕຸລາ, ສະຖານທູດ ຫວຽດນາມ ແລະ ສະມາຄົມພັນລະຍາ, ສາມີ ນະຄອນຫຼວງ ວໍຊິງຕັນ ໄດ້ຈັດພິທີແນະນຳວັດທະນະທຳ ຫວຽດນາມ ດ້ວຍຫົວຂໍ້ວ່າ “ຊຸດເສື້ອຍາວ - ສິ່ງຍອດຍິ່ງໃນວັດທະນຳທຳຂອງ ຫວຽດນາມ". ມີພັນລະຍາຫຼາຍຄົນຂອງພະນັກງານສະຖານທູດ ບັນດາປະເທດ ອາຊຽນ ແລະ ເພື່ອນມິດສາກົນໄດ້ເຂົ້າຮ່ວມເຫດການ. ຜ່ານການເຄື່ອນໄຫວຄັ້ງນີ້, ແຂກຖືກເຊີນໄດ້ຮັບຝັງການແນະນຳກ່ຽວກັບປະຫວັດສາດຂອງຂອງຊຸດເສື້ອຍາວ ຫວຽດນາມ.

ທ່ານນາງພັນລະຍາຂອງເອກອັກຄະລັດຖະທູດ ຫວຽດນາມ ເຈີ່ນທິບິກເວິນ ໃຫ້ຮູ້ວ່າ:     

“ຂ້າພະເຈົ້າມີຄວາມຫວັງຢາກນຳບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ມາເຜີຍແຜ່ໃຫ້ແກ່ເພື່ອນມິດ ອາເມລິກາ ເພື່ອມີຄວາມຮູ້ກ່ຽວກັບ ຫວຽດນາມ ຫຼາຍກວ່າອີກ. ໜຶ່ງໃນບັນດາສິ່ງທີ່ຂ້າພະເຈົ້າມັກທີ່ສຸດນັ້ນແມ່ນ ແພໄໝ ແລະ ຊຸດເສື້ອຍາວ ຫວຽດນາມ. ຍ້ອນເຫດນັ້ນ, ນັບແຕ່ເມື່ອຂ້າພະເຈົ້າມາທີ່ນີ້, ຂ້າພະເຈົ້າໄດ້ມານະພະຍາຍາມສ້າງບັນດາການເຄື່ອນໄຫວເພື່ອແນະນຳໃຫ້ບັນດາເພື່ອນມິດມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ຫຼາຍກວ່າໂດຍຜ່ານບັນດາຮູບພາບຊຸດເສື້ອຍາວ, ແພໄໝ. ກ່ອນອື່ນໝົດ, ຂ້າພະເຈົ້າຢາກແນະນຳກັບບັນດາປະເທດເພື່ອນມິດ ອາຊຽນ, ຖັກຈາກນັ້ນກໍ່ແມ່ນເພື່ອນມິດ ອາເມລິກາ.”

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top