• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ

ແນວໂຮມປະເທດຊາດ ຫວຽດນາມ ແມ່ນປັດໄຈສຳຄັນໃນການເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ, ສິດເປັນເຈົ້າຂອງປະຊາຊົນໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ.

ແນວໂຮມປະເທດຊາດ ຫວຽດນາມ ແມ່ນປັດໄຈສຳຄັນໃນການເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ, ສິດເປັນເຈົ້າຂອງປະຊາຊົນໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ.

   

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ  ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກຂອງແນວໂຮມປະເທດຊາດ ຫວຽດນາມ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງແຜນຮ່າງ “ຍຸດທະສາດການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ຮອດປີ 2030 ໃຫ້ສົມບູນແບບ, ກຳນົດທິດຮອດປີ 2045”, ເປັນປະທານການເຮັດວຽກຂອງຄະນະປະຈຳຄະນະຊີ້ນຳ ກັບ ຄະນະຮັບຜິດຊອບວຽກງານພັກຂອງແນວໂຮມປະເທດຊາດ ຫວຽດນາມ.

        ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ແນວໂຮມປະເທດຊາດ ຫວຽດນາມ ແມ່ນປັດໄຈສຳຄັນໃນການເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ, ສິດເປັນເຈົ້າຂອງປະຊາຊົນໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ.

        ທີ່ການເຮັດວຽກ, ບາງບັນຫາຕົ້ນຕໍ, ບຸກທະລຸໃນການສ້າງ ແລະ ປັບປຸງລັດແຫ່ງກົດໝາຍໃຫ້ສົມບູນແບບ ໂດຍກ່ຽວຂ້ອງເຖິງທີ່ຕັ້ງ, ບົດບາດ, ພາລະໜ້າທີ່ຂອງແນວໂຮມປະເທດຊາດ ຫວຽດນາມ ກໍໄດ້ນຳມາ, ແລກປ່ຽນ, ເຮັດແຈ້ງ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top