• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ​ການ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຖືກ​ເສຍ​ຫາຍ​ຍ້ອນ​ພາ​ຍຸ Bualoi

ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ.
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ກ່າວຄຳເຫັນທີ່ພິທີ

ທີ່ພິທີປຸກລະດົມການໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຈາກ ພາຍຸ Bualoi ທີ່ໄດ້ດຳເນີນໃນວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ອ່ານຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ຽວກັບການຂົນຂວາຍການໜູນຊ່ວຍພໍ່ແມ່ປະຊາຊົນ ແກ້ໄຂຜົນເສຍຫາຍທີ່ເກີດຈາກພາຍຸ Bualoi.

ຕາມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ຜົນເສຍຫາຍທີ່ຕາມມາພາຍຫຼັງພາຍຸນ້ຳຖ້ວມແມ່ນໃຫຍ່ຫຼວງທີ່ສຸດ, ມີຫຼາຍຄອບຄົວ, ບຸກຄົນຕ້ອງການການໜູນຊ່ວຍ, ຊ່ວຍເຫຼືອ. ພັກ, ລັດ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການ, ແຫຼ່ງກຳລັງເພື່ອຟື້ນຟູພື້ນຖານໂຄງລ່າງ, ໜູນຊ່ວຍການຜະລິດຄືນໃໝ່, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top