• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນໂທລະເລກທີ 38/2026 ກ່ຽວກັບການສຸມໃສ່ຊີ້ນຳການປະຕິບັດບັນດາມາດຕະການຕໍ່ສູ້, ສະກັດກັ້ນ, ແກ້ໄຂການກະທຳລະເມີດສິດຊັບສິນທາງປັນຍາໃນຂອບເຂດທົ່ວປະເທດນັບແຕ່ວັນທີ 07 ພຶດສະພາ 2026 ຢ່າງຂ້ຽວຂາດ.

ໂທ​ລະ​ເລກ​ເພື່ອ​ແນ​ໃສ່​ຫັນ​ປ່ຽນ​ຢ່າງ​ແຮງ, ຍົກ​ສູງປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ລະ​ເມີດສິດຊັບສິນທາງປັນຍາ, ປະ​ກອ​ບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ປອດ​ໂປ່ງ, ຈະ​ແຈ້ງ ແລະ ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕາມນັ້ນ​ແລ້ວ, ຈະ​ລົ​ບ​ລ້າງ​ບັນ​ດາ​ເວັບ​ໄຊ ແລະ ອົງ​ການ​ບໍ​ລິ​ຫານ​ບັນ​ດາ​ເວັບ​ໄຊ​ທີ່​ລະ​ເມີດ​ລິ​ຂະ​ສິດທາງອອ​ນ​ໄລ​ທີ່​ມີ​ຜູ້​ເຂົ້າ​ເບິ່ງ​ຫຼາຍ​ທີ່​ສຸດ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ເວັບ​ໄຊ​ເກັບ​ຮັກ​ສາ, ສະ​ໜອງ​ຮູບ​ເງົາ, ດົນ​ຕີ… ເພີ່ມ​ທະ​ວີ​ການກວດ​ກາ​ສິນ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ​ຜ່ານ​ຊາຍ​ແດນ, ເປັ​ນ​ເຈົ້າ​ການ​ຢຸ​ດ​ຕິ​ຊົ່​ວ​ຄາວ​ການ​ເຮັດ​ລະ​ບຽບ​ການ​ພາ​ສີ​ອາ​ກອນສຳ​ລັບ​ສິນ​ຄ້າ ເມື່ອ​ມີ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງວ່າ ສິນ​ຄ້າ​ແມ່ນ​ສິນ​ຄ້າ​ປອມ​ດ້ານຊັບ​ສິນທາງປັນຍາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນເພື່ອໃຫ້ ອາຊຽນ ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາ

ຫວຽດນາມ ຈະສືບຕໍ່ປະກອບສ່ວນເພື່ອໃຫ້ ອາຊຽນ ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາ

ເລື່ອງເປັນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48 ໃນຖານະຕຳແໜ່ງໃໝ່ນັ້ນ ແມ່ນການສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ກັບ ອາຊຽນ

Top