• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແງ່ຫວັງສົ່ງອອກໝາກໄມ້ຂອງ ຫວຽດນາມ

ທ້າຍເດືອນ ພະຈິກ 2022, ໝາກກ້ຽງໃຫຍ່ຂອງ ຫວຽດນາມ ງວດທຳອິດປະມານ 40 ໂຕນໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ ຢ່າງເປັນທາງການ.
  ໝາກຖົ່ວລຽນ  

ປີ 2022, ວົງເງິນສົ່ງອອກຜັກ, ໝາກໄມ້ຂອງ ຫວຽດນາມ ບັນລຸ 3,3 ຕື້ USD. ໝາກຜົນດັ່ງກ່າວແມ່ນຕັ້ງໜ້າພໍສົມຄວນ. ຕາມບັນດາວິສາຫະກິດ ແລະ ສະມາຄົມຂະແໜງອາຊີບແລ້ວ, ນີ້ໄດ້ຮັບຖືວ່າແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງໝາກໄມ້ຂອງ ຫວຽດນາມ ບຸກທະລຸໃນປີ 2023.

ທ້າຍເດືອນ ພະຈິກ 2022, ໝາກກ້ຽງໃຫຍ່ຂອງ ຫວຽດນາມ ງວດທຳອິດປະມານ 40 ໂຕນໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ ຢ່າງເປັນທາງການ. ຍ້ອນເຫດນັ້ນ, ລາຍຮັບຂອງຫົວໜ່ວຍສົ່ງອອກໝາກກ້ຽງໃຫຍ່ໃນປີ 2022 ເຕີບໂຕ 60% ແລະ ສືບຕໍ່ໄດ້ຮັບຄວາມຫວັງວ່າ ຈະບັນລຸການເຕີບໂຕໃນປີ 2023, ເມື່ອກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພວມດຳເນີນການເຈລະຈາຢູ່ບັນດາຕະຫຼາດອື່ນຕື່ມອີກ, ຄື: ຍີ່ປຸ່ນ, ນິວຊີແລນ, ອົດສະຕາລີ…

ກ່ອນໜ້ານັ້ນ, ເດືອນ ກັນຍາ 2022, ພາຍຫຼັງດຳເນີນການເຈລະຈາເປັນເວລາ 4 ປີ ແລະ ຕ້ອງຜ່ານຫຼາຍຂັ້ນຕອນການກວດກາຢ່າງເຂັ້ມງວດ, ປະເທດ ຈີນ - ຕະຫຼາດບໍລິໂພກໃຫຍ່ທີ່ສຸດໃນໂລກ - ໄດ້ເປີດປະຕູໃຫ້ໝາກຖົ່ວລຽນສົດຂອງ ຫວຽດນາມ ໄດ້ສົ່ງອອກຕາມໂຄຕາຢ່າງເປັນທາງການ. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນສຳລັບເລື່ອງສົ່ງອອກໝາກໄມ້ຂອງ ຫວຽດນາມ ອອກສູ່ໂລກ. ທ່ານ ຫງວຽນດິ່ງຕຸງ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ບໍລິສັດສົ່ງອອກ - ນຳເຂົ້າ Vina T&T, ໃຫ້ຮູ້ວ່າ:

“ປີ 2023, ພວກຂ້າພະເຈົ້າໄດ້ວາງເປົ້າໝາຍບັນລຸລະດັບເຕີບໂຕແຕ່ 30-40%, ຍ້ອນພວກຂ້າພະເຈົ້າມີ 2 ຜະລິດຕະພັນຫຼັກແມ່ນໝາກກ້ຽງໃຫຍ່ ສົ່ງໄປ ອາເມລິກາ ແລະ ໝາກຖົ່ວລຽນ ສົ່ງໄປ ຈີນ. ວັນທີ 08 ມັງກອນ, ຕະຫຼາດ ຈີນ ກໍ່ຜ່ອນຜັນນະໂຍບາຍ Zero  covid ກໍ່ຄືເປີດປະຕູຕະຫຼາດຢ່າງຮອບດ້ານ. ນັ້ນແມ່ນບັນດາພື້ນຖານເພື່ອໃຫ້ພວກຂ້າພະເຈົ້າມີຄວາມຕັ້ງຫວັງ”.

 ຄາດວ່າ, ປີ 2023, ການສົ່ງອອກໝາກໄມ້ຂອງ ຫວຽດນາມ ຈະສາມາດເຕີບໂຕປະມານ 20% ເມື່ອທຽບໃສ່ປີ 2022.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top