• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ດົ່ງທາບ ຕ້ອງປ່ຽນແປງໃໝ່ຮູບແບບເຕີບໂຕ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ເປົ້າໝາຍເຕີບໂຕໄລຍະ 2026 – 2030 ແມ່ນ 9,0 – 9,5%/ປີ, ທາງແຂວງຕ້ອງຜັນຂະຫຍາຍບັນດາກົນໄກ, ນະໂຍບາຍຢ່າງຂ້ຽວຂາດ
  (ທ່ານນາຍົກລັດຖະມົນຕີ ເລມິນຮຶງ, ກ່າວ​ຄຳ​ເຫັນ​ທີ່​ການເຮັດວຽກ)  

ຕອນ​ເຊົ້​າ​ວັນ​ທີ 27 ພຶດ​ສະ​ພາ, ຢູ່​ແຂວງ ດົ່ງ​ທາບ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ດົ່ງ​ທາບ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ເປົ້າ​ໝາຍ​ເຕີບ​ໂຕ​ “2 ຕົວ​ເລກ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ້ງວ່າ ເປົ້າ​ໝາຍ​ເຕີບ​ໂຕ​ໄລ​ຍະ 2026 – 2030 ແມ່ນ 9,0 – 9,5%/ປີ, ທາງ​ແຂວງ​ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຢ່າງ​ຂ້ຽວ​ຂາດ, ສຸມ​ໃສ່​ສ້າງ​ແຜນ​ການ​ເຕີບ​ໂຕ, ວິ​ທີ​ການ​ເຕີບ​ໂຕ, ປ່ຽນ​ແປງ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ເພື່ອ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂ​ອງ​ປະ​ຊ​າ​ຊົນ.

“ດົ່ງ​ທາບ ຕ້ອງ​ສ້າງ​ລາຍ​ການ, ແຜນ​ການ​ເຕີບ​ໂຕ 2 ຕົວ​ເລກ​ເພື່ອມອບ​​ໝາຍໃຫ້​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ. ລະ​ອຽດ​ແມ່ນ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ​ແມ່ນ​ເຕີບ​ໂຕ​ເທົ່າ​ໃດ? ບົນ​ພື້ນ​ຖານ​ແຜນ​ການ​ເຕີບ​ໂຕ​ຄື​ແນວນັ້ນ ແຫຼ່ງ​ກຳ​ລັງ​ງົບ​ປະ​ມານ​ສູນ​ກາງ​ແມ່ນ​ເທົ່າ​ໃດ, ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນ​ລະ​ດົມ​​ແ​ຫຼ່ງ​ກຳ​ລັງ​ສັງ​ຄົມ​ຈາກ​ບັນ​ດາ​ນັກ​ລົງ​ທຶນ​ຢູ່​ພາຍ​ໃນ​ປະ​ເທດ ແລະ ດຶງ​ດູດ​ເງິນ​ລົງ​ທຶນ​​ໂດຍ​ກົງຈາກ​ຕ່າງ​ປະ​ເທດ”.

ພ້ອມ​ກັນ​ນັ້ນ, ທາງ​ແຂວງ​ກຳ​ນົດ​ຮູບ​ແບບ​ເຕີບ​ໂຕ​ໃໝ່ ອີງ​ໃສ່ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ, ກໍ​ຄື​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ແກ່ງ​ແຍ້ງ ແລະ ແຫຼ່ງ​ກຳ​ລັງ​ທີ່​ມີ​ຢູ່​ແລ້ວ​ຂອງ​ແຂວງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ບາງກອກ, ສືບຕໍ່ການຢ້ຽມຢາມ ໄທ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ບາງກອກ, ສືບຕໍ່ການຢ້ຽມຢາມ ໄທ ຢ່າງເປັນທາງການ

ຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບການນຳ TCC Group ຂອງ ໄທ.

Top