• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງຫ໋າຍເຢືອງສິ້ນສຸດການແຍກຫ່າງທົ່ວສັງຄົມ ແຕ່ເວລາ 0 ໂມງຂອງວັນທີ 1 ເມສາ 2021

      ມາຮອດປັດຈຸບັນ, ແຂວງຫ໋າຍເຢືອງ ໄດ້ສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສິ້ນເຊິງແລ້ວ, ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ, ມີຫຼາຍທ້ອງຖິ່ນໃນແຂວງບໍ່ກວດພົບຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກ ໃນຮອບເວລາກ່ວາ 20 ວັນແລ້ວ. 
ພາບປະກອບ
      ນັບແຕ່ເວລາ 0ໂມງ ຂອງວັນທີ 1 ເມສາ 2021, ທົ່ວແຂວງຫ໋າຍເຢືອງ ຈະສິ້ນສຸດການແຍກຫ່າງທົ່ວສັງຄົມຄຳສັ່ງເລກທີ 19 ຂອງນາຍົກລັດຖະມົນຕີ ເພື່ອປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການປົກກະຕິໃໝ່. ນັ້ນແມ່ນເນື້ອໃນໂດຍ ຄະນະປະຈຳຄະນະພັກເຫັນດີເປັນເອກະພາບຢູ່ ກອງປະຊຸມໄດ້ດຳເນີນໃນຕອນເຊົ້າວັນທີ 29 ມີນາ.
        ມາຮອດປັດຈຸບັນ, ແຂວງຫ໋າຍເຢືອງ ໄດ້ສະກັດກັ້ນ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສິ້ນເຊິງແລ້ວ, ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ, ມີຫຼາຍທ້ອງຖິ່ນໃນແຂວງບໍ່ກວດພົບຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກ ໃນຮອບເວລາກ່ວາ 20 ວັນແລ້ວ. ໃນບໍລິເວນແຂວງ ບໍ່ມີເຂດໃດຖືກປິດລ້ອມ. ທ່ານ ຟ້າມຊວັນທັ໊ງ, ເລຂາຄະນະພັກແຂວງຫ໋າຍເຢືອງ ໃຫ້ຮູ້ວ່າ:
        ພວກຂ້າພະເຈົ້າໄດ້ຕັດສິນແຕ່ເວລາ 0ໂມງຂອງວັນທີ 1 ເມສາ ທົ່ວແຂວງຈະປ່ຽນໄປຍັງສະພາບການທີ່ເປັນປົກກະຕິໃໝ່. ນັ້ນແມ່ນ ນຳໃຊ້ບັນດາມາດຕະການເພື່ອເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕາມທິດນຳເຊິ່ງລັດຖະບານຊີ້ນຳ. ພ້ອມກັນນັ້ນ, ແຂວງຫ໋າຍເຢືອງສືບຕໍ່ຮັກສາບັນດາໜ່ວຍປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງປອດໄພ ແລະ ບັນດາວິທີການແກ້ໄຂເພື່ອແນໃສ່ກວດພົບ, ຈຳກັດບໍລິເວນ, ແຍກຕົວ ແລະ ດັບມອດ ໂລກລະບາດໂຄວິດ - 19 ຢ່າງທັນການ ເມື່ອ ໂລກລະບາດໂຄວິດ - 19 ເກີດຂຶ້ນຄືນໃໝ່ໃນບໍລິເວນແຂວງ.
(ແຫຼ່ງຄັດຈາກ VOV)

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.

Top