• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງດົ່ງ​ທາບ​ສົ່ງ​ອອກງວດ​ໝາກ​ມ່ວງທຳ​ອິດ​ຍາມ​ຕົ້ນ​ປີ​ໄປ​ຍັງ​ເອີ​ລົບ

ໝາກມ່ວງແມ່ນໜຶ່ງໃນບັນດາຂະແໜງສິນຄ້າຫຼັກແຫຼ່ງໃນແຜນການສ້າງໂຄງປະກອບກະສິກຳຄືນໃໝ່ຂອງແຂວງດົ່ງທາບ. ດ້ວຍເນື້ອທີ່ປູກໝາກມ່ວງຂອງແຂວງປະມານ 13.000 ແຮກຕາ, ສະມັດຕະພາບເກືອບ 113.000 ໂຕນ.

ໝາກມ່ວງແມ່ນໜຶ່ງໃນບັນດາຂະແໜງສິນຄ້າຫຼັກແຫຼ່ງໃນແຜນການສ້າງໂຄງປະກອບກະສິກຳຄືນໃໝ່ຂອງແຂວງດົ່ງທາບ. ດ້ວຍເນື້ອທີ່ປູກໝາກມ່ວງຂອງແຂວງປະມານ 13.000 ແຮກຕາ, ສະມັດຕະພາບເກືອບ 113.000 ໂຕນ.

ນຳໝາກມ່ວງຂຶ້ນລົດເພື່ອສົ່ງອອກ (ພາບ: TTXVN)

ວັນທີ 19 ກຸມພາ, ແຂວງດົ່ງທາຍໄດ້ຈັດຕັ້ງພິທີປະກາດການສົ່ງອອກງວດໝາກມ່ວງທຳອິດຍາມຕົ້ນປີ 2022 ໄປຍັງຕະຫຼາດເອີລົບ. ຫົວໜ່ວຍສົ່ງອອກໝາກມ່ວງແມ່ນບໍລິສັດຫຸ້ນສ່ວນ ແກນກົ໋ງວ່າງ ຫວຽດນາມ, ບໍລິສັດ Westerfarm ຈຳກັດ  ( ເມືອງ ກາວແລງ). ສະຫະກອນການບໍລິການກະສິກຳ ຕິງເທີຍ (ນະຄອນກາວແລງ) ແມ່ນໜ່ວຍງານສະໜອງໝາກມ່ວງສົ່ງອອກ.

ໝາກມ່ວງ 3 ໂຕນຍາມຕົ້ນປີ 2022 ຂອງແຂວງດົ່ງທາໄດ້ສົ່ງອອກໄປຍັງເອີລົບ ແມ່ນໝາກມ່ວງ ກາດຈຸ. ນີ້ແມ່ນໝາກມ່ວງທີ່ມີລະຫັດເຂດປູກຝັງ, ຕົ້ນກຳເນີດ ໝາກມ່ວງ ກາວແລງ.

ໝາກມ່ວງແມ່ນໜຶ່ງໃນບັນດາຂະແໜງສິນຄ້າຫຼັກແຫຼ່ງໃນແຜນການສ້າງໂຄງປະກອບກະສິກຳຄືນໃໝ່ຂອງແຂວງດົ່ງທາບ. ດ້ວຍເນື້ອທີ່ປູກໝາກມ່ວງຂອງແຂວງປະມານ 13.000 ແຮກຕາ, ສະມັດຕະພາບເກືອບ 113.000 ໂຕນ.

ຊຸມປີຜ່ານມາ, ແຂວງດົ່ງທາບ ໄດ້ສຸມໃສ່ລົງທຶນແຫຼ່ງກຳລັງໃຫ້ແກ່ຂະແໜງໝາກມ່ວງກ່ຽວກັບພື້ນຖານໂຄງລ່າງດ້ານເຕັກນິກ, ການຜະລິດຕາມມາດຖານ VietGAP, GlobalGAP. ມາຮອດປັດຈຸບັນ, ບັນດາເຮືອນສວນປູກໝາກມ່ວນໃນແຂວງດົ່ງທາບ ໄດ້ສ້າງຕັ້ງຂຶ້ນສະຫະກອນ 8 ແຫ່ງ, 37 ຫນ່ວຍຮ່ວມມື  ແລະ ສະມາຄົມກະສິກຳ 23 ແຫ່ງ; ມີການເຊື່ອມຕໍ່ຜະລິດ ແລະ ຊົມໃຊ້ໝາກມ່ວງຍາວນານບົນເນື້ອທີ່ກ່ວາ 1000 ແຮັກຕາ ດ້ວຍວິສາຫະກິດ ກ່ວາ 10 ແຫ່ງ.

(ແຫຼ່ງຄັດຈາກ VOV)

ສ້າງສະພາບແວດລ້ອມປອດໂປ່ງໃຫ້ແກ່ສູນການເງິນສາກົນຢູ່ ຫວຽດນາມ

ສ້າງສະພາບແວດລ້ອມປອດໂປ່ງໃຫ້ແກ່ສູນການເງິນສາກົນຢູ່ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ, ຫວຽດນາມ ຢາກພັດທະນາແມ່ນຕ້ອງມີທຶນ; ແລະ ໜຶ່ງໃນບັນດາແຫຼ່ງກຳລັງດ້ານການເງິນແມ່ນມາຈາກສູນການເງິນສາກົນ.

Top