• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງກວາງນິງແລະຊາປາຕ້ອນຮັບນັກທ່ອງທ່ຽວນັບໝື່ນເທື່ອຄົນມາຢ້ຽມຢາມໃນໂອກາດວັນຊາດທີ 02 ກັນຍາ

      ໃນວັນພັກເນື່ອງໃນໂອກາດວັນຊາດຫວຽດນາມ ທີ 02 ກັນຍາ ເປັນເວລາ 3 ວັນ (ແຕ່ວັນທີ 01 – 03 ກັນຍາ), ແຂວງກວາງນິງ ໄດ້ຕ້ອນຮັບ 8 ໝື່ນ 7 ແສນເທື່ອຄົນມາຢ້ຽມຢາມ, ທ່ອງທ່ຽວ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ໃນນັ້ນນັກທ່ອງທ່ຽວສາກົນບັນລຸກວ່າ 1 ໝື່ນ 9 ແສນເທື່ອຄົນ.

ງານບຸນລະດູໃບໄມ້ຫຼົ່ນຊາປາ ປີ 2018
(ພາບ: TTXVN)
      ດ້ວຍການເຄື່ອນໄຫວໂຄສະນາການທ່ອງທ່ຽວທີ່ດູດດື່ມ, ໃນນັ້ນ “ງານບຸນລະດູໃບໄມ້ຫຼົ່ນຊາປາ ປີ 2018” ເຊິ່ງດຳເນີນກົງກັບໂອກາດວັນພັກເນື່ອງໃນໂອກາດວັນຊາດຫວຽດນາມ ປີ 2018, ເມືອງຊາປາ, ແຂວງລາວກາຍ ໄດ້ດຶງດູດນັກທ່ອງທ່ຽວນັບໝື່ນເທື່ອຄົນມາຢ້ຽມຢາມ ແລະ ຄົ້ນຫາ. ທ່ານ ໂດ້ຈ້ອງງວຽນ, ຫົວໜ້າຫ້ອງວັດທະນະທຳ, ຂໍ້ມູນຂ່າວສານເມືອງຊາປາ, ແຂວງລາວກາຍ ໃຫ້ຮູ້ວ່າ. ໃນວັນພັກເປັນເວລາ 3 ວັນ, ກໍ່ມີການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ກິລາກາຍຍະກຳ ເຊິ່ງໄດ້ດຳເນີນຢູ່ບໍລິເວນເມືອງຊາປາ ເພື່ອຮັບໃຊ້ນັກທ່ອງທ່ຽວຄື: ງານວາງສະແດງພາບຖ່າຍສິລະປະ “ເຂດດິນແດນ ແລະ ຊາວຊາປາ”; ງານບຸນຢູ່ຕາມຖະໜົນ; ຄົ້ນຫາວັດທະນະທຳ, ອາຫານການກິນ…
 (ແຫຼ່ງຄັດຈາກ VOV)

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ຕອນເຊົ້າວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Sofia ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.

Top