• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດ​ແຈ້ງໜ້າທີ່​ຄວາມ​ຮັບຜິດຊອບຄຸ້ມ​ຄອງ​ລັດ ກ່ຽວກັບ​ການ​ສົ່ງ​​ແຮງ​ງານ​ໄປ​ເຮັດ​ວຽກຢູ່ ຕ່າງປະ​ເທ​ດ

ຕອນເຊົ້າວັນທີ 13 ກໍລະກົດ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນພິທີໄຂກອງປະຊຸມຄັ້ງທີ 46 ຂຶ້ນຢູ່ຮ່າໂນ້ຍ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ຄະນະປະຈໍາສະພາແຫ່ງຊາດໄດ້ໃຫ້ຄໍາເຫັນກ່ຽວກັບບາງບັນຫາທີ່ຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ  (ສະບັບປັບປຸງ), ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຄຸ້ມຄອງລັດ ກ່ຽວກັບເລື່ອງ ສົ່ງແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ.

        ສ່ວນໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ໃຫ້ຄໍາເຫັນກ່ຽວກັບການອະພິປາຍ, ຮັບເອົາຄໍາເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ ແລະ ການປະກາດໃຊ້ມະຕິກໍານົດກ່ຽວກັບ ປະກັນໄພຈຸລະພາກຂອງບັນດາອົງການຈັດຕັ້ງການເມືອງ - ສັງຄົມ. 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top