• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ເລິກເຊິ່ງຂຶ້ນຕື່ມ

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນໄດ້ເອົາໃຈໃສ່ຮ່ວມມືຮອບດ້ານຜ່ານຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ພົວພັນແລກປ່ຽນປະຊາຊົນ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນໄດ້ເອົາໃຈໃສ່ຮ່ວມມືຮອບດ້ານຜ່ານຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ພົວພັນແລກປ່ຽນປະຊາຊົນ.

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orbán (ພາບ: Doãn Tấn/TTXVN )

ໂດຍສືບຕໍ່ການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 28 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orbán.

          ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນໄດ້ເອົາໃຈໃສ່ຮ່ວມມືຮອບດ້ານຜ່ານຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ພົວພັນແລກປ່ຽນປະຊາຊົນ. ກ່ຽວກັບດ້ານເສດຖະກິດ, ການຄ້າ, ສອງຝ່າຍໄດ້ຕັດສິນໃຈຍົກວົງເງິນການຄ້າຕາມທິດດຸ່ນດ່ຽງ, ໂປ່ງໃສ, ໝັ້ນຄົງເຂັ້ມແຂງ, ສ້າງເງື່ອນໄຂເພື່ອໃຫ້ສິນຄ້າສຳຜັດກັບຕະຫຼາດຂອງກັນ, ສົ່ງເສີມວິສາຫະກິດສອງຝ່າຍເພີ່ມທະວີການຮ່ວມມືລົງທຶນ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືແໜ້ນແຟ້ນ ແລະ ສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ; ແບ່ງປັນຫຼັກໝັ້ນກ່ຽວກັບການແກ້ໄຂບັນດາການປະທະກັນ ແລະ ການຂັດແຍ້ງໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ຮຸງກາຣີ ສະໜັບສະໜູນທັດສະນະຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນ ກໍ່ຄືບົດບາດໃຈກາງຂອງ ອາຊຽນ. ຫວຽດນາມ ສະໜັບສະໜູນ ຮຸງກາຣີ ແລະ ເປັນຂົວເຊື່ອມຕໍ່ລະຫວ່າງ ຮຸງກາຣີ ກັບ ອາຊຽນ, ຮຸງກາຣີ ໜູນຊ່ວຍ ຫວຽດນາມ ໃນການພົວພັນກັບ ອີຢູ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top