• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ເລິກເຊິ່ງຂຶ້ນຕື່ມ

ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ຈະໄປຢ້ຽມຢາມ ໄທ ຢ່າງເປັນທາງການ, ແຕ່ວັນທີ 27 – 29 ພຶດສະພາ.
  (ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຕອບ​ສຳ​ພາດ​ຕໍ່ນັກຂ່າວ VOV ປະຈຳ ໄທ )  

ໂດຍ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ທ່ານ ອະ​ນຸ​ທິນ ຊານ​ວິ​ຣະ​ກຸນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ ໄທ ແລະ ພັນ​ລະ​ຍາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ຈະ​ໄປ​ຢ້ຽມ​ຢາມ ໄທ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 27 – 29 ພຶດ​ສະ​ພາ.

ກ່ອນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ, ທ່ານ ຟ້າມ​ຫວຽດ​ຮຸ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໄທ ໄດ້​ແລກ​ປ່ຽນ​ກັບ​ນັກ​ຂ່າວ VOV ປະ​ຈຳ ໄທ ກ່ຽວ​ກັບ​ບັນ​ດາ​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເອ​ັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫວຽດຮຸ່ງ ໃຫ້​ຮູ້​ວ່າ:

“ນອກ​ຈາກ​ບັນ​ດາ​ຂົງເຂດ​ທີ່​ເປັນ​ມູນ​ເຊື້ອ​ ທີ່​ໄດ້ ແລະ ພວມ​ແມ່ນ​ເສົາ​ຄ້ຳ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ, ຄື: ການ​ລົງ​ທຶນ, ການ​ຄ້າ, ທ່ອ​ງ​ທ່ຽວ, 2 ປ​ະ​ເທດກໍ່​ແບ່ງ​ປັນ​ເປົ້າ​ໝາຍ​ພັດ​ທະ​ນາ​ລວມ​ແມ່ນ​ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ພິ​ເສດ, ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, 2 ປະ​ເທດ​ອາດ​ສາ​ມາດ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ເສດ​ຖະ​ກິດ​ທະ​ເລ, ບັ​ນ​ຫາ​ການ​ປະ​ມົງ ຫຼື ພະ​ລັງ​ງານ​ສີ​ຂຽວ, ພະ​ລັງ​ງານ​ສະ​ອ​າດ, ກໍ​ຄື​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃຫ້​ແກ່ 2 ປະ​ເທດ ໃນ​ສະ​ພາບ​ການ​ໂລກທີ່​ມີ​ການ​ຜັນ​ແປ ​ຍາກ​ທີ່​ຈະ​ຄາດ​ຄ​ະ​ເນ​ໄດ້”.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.

Top