• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອ​ຢິບ ແລະ ຈໍ​ແດນ ຮຽກ​ຮ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ເຂດ Gaza ແລະ ກ່າວ​ເຕືອນ​ກ່ຽວ​ກັບ​ໄພ​ພິ​ບັດ​ໃນ​ພາກ​ພື້ນ

ທ່ານປະທານາທິບໍດີ ເອຢິບ, Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II ກໍ່ກ່າວປະນາມການບຸກໂຈມຕີ ເລັ່ງໃສ່ໂຮງໝໍ Al-Ahli ຢູ່ເຂດ Gaza ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຖືກບາດເຈັບນັບຮ້ອຍຄົນ, ຖືນັ້ນແມ່ນການກະທຳປິນຂັ້ນໄດທີ່ອັນຕະລາຍ.
   ທ່ານປະທານາທິບໍດີ ເອຢິບ, Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II  

ວັນທີ 19 ຕຸລາ, ທ່ານປະທານາທິບໍດີ ເອຢິບ, Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II ໄດ້ເຂົ້າຮ່ວມການພົບປະເຈລະຈາຢູ່ນະຄອນຫຼວງ ກາຍໂຣ (ປະເທດ ເອຢິບ). ພາຍຫຼັງການພົບປະເຈລະຈາ, ການນຳສອງທ່ານໄດ້ຮຽກຮ້ອງໃຫ້ຢຸດຕິການປະທະກັນຢູ່ເຂດ Gaza ຢ່າງທັນທີ ແລະ ປະຕິເສດແຜນການຂອງ ອິດສະລາແອັນ ບັງຄັບປະຊາຊົນຢູ່ເຂດ Gaza ຕ້ອງອົບພະຍົບລີ້ໄປໄພຢູ່ບ່ອນອື່ນ.

ໃນຖະແຫຼງການຮ່ວມ, ການນຳສອງທ່ານກໍ່ໄດ້ກ່າວເຕືອນກ່ຽວກັບໄພພິບັດໃນພາກພື້ນ ຖ້າການປະທະກັນຢູ່ເຂດ Gaza ແຜ່ລາມໃນວົງກວ້າງ. ທ່ານປະທານາທິບໍດີ ເອຢິບ, Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II ກໍ່ກ່າວປະນາມການບຸກໂຈມຕີ ເລັ່ງໃສ່ໂຮງໝໍ Al-Ahli ຢູ່ເຂດ Gaza ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຖືກບາດເຈັບນັບຮ້ອຍຄົນ, ຖືນັ້ນແມ່ນການກະທຳປິນຂັ້ນໄດທີ່ອັນຕະລາຍ. ການນຳສອງທ່ານກໍ່ໄດ້ຮຽກຮ້ອງການປົກປ້ອງສາມັນຊົນ ປາແລັດສະຕິນ, ຍົກເລີກການປິດລ້ອມ ແລະ ສະໜອງການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນຢູ່ເຂດ Gaza. ການພົບປະລະຫວ່າງທ່ານປະທານາທິບໍດີ Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II ໄດ້ດຳເນີນກ່ອນ 2 ວັນ ທີ່ຈະຈັດກອງປະຊຸມສຸດຍອດສາກົນ ໂດຍເອຢິບ ເປັນເຈົ້າພາບຈັດຂຶ້ນໃນວັນທີ 21 ຕຸລາ ເພື່ອແນໃສ່ຊອກຫາວິທີການສະກັດກັ້ນການປະທະກັນທີ່ເຮັດໃຫ້ມີຜູ້ເສຍຊີວິດ ກ່ວາ 3.800 ຄົນ ແລະ ຜູ້ຖືກບາດເຈັບ ກ່ວາ 12.000 ຄົນ ຢູ່ເຂດ Gaza ແລະ ປະເທດ ອິດສະລາແອັນ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top