• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອົາ​ໃຈ​ໃສ່​ຕ້ານ​ປະ​ກົດ​ການ​ຫຍໍ້​ທໍ້​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ

ຕອນເຊົ້າວັນທີ 03 ພະຈິກ ຢູ່ ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບອົງການກ່ຽວຂ້ອງ ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍ ບົດສະຫຼຸບເລກທີ 19 ຂອງກົມການເມືອງ ແລະ ແຜນແມ່ບົດກຳນົດທິດ ໂຄງການສ້າງກົດໝາຍສະພາແຫ່ງຊາດຊຸດທີ XV.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: VGP)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ທ່ານ ຜູ້ປະຈຳການຄະນະເລຂາສູນກາງພັກ ຫວໍວັນເຖືອງ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ; ທ່ານຫົວໜ້າຄະນະການເມືອງພາຍໃນສູນກາງ ຟານດິ່ງຈາກ ເປັນປະທານຮ່ວມ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກ ດ້ວຍການເຊື່ອມຕໍ່ລະຫວ່າງຫໍສະພາແຫ່ງຊາດ ກັບ 62 ຈຸດເຊື່ອມຕໍ່ໃນທົ່ວປະເທດ.

        ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ການກຳນົດທິດໂຄງການສ້າງກົດໝາຍຂອງອາຍຸການສະພາແຫ່ງຊາດ ຊຸດທີ  XV ແມ່ນຕິດແທດກັບແຜນນະໂຍບາຍ, ແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ XIII ແລະ ເອກະສານສະບັບຕ່າງໆຂອງພັກ, ວາງອອກໜ້າທີ່ສ້າງກົດໝາຍຢ່າງລະອຽດ ທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃນອາຍຸການສະພາແຫ່ງຊາດຊຸດທີ XV. ກຳນົດທິດ ແລະ ໜ້າທີ່ສ້າງກົດໝາຍທີ່ໄດ້ວາງອອກໃນ ແຜນແມ່ບົດສະບັບນີ້ ແມ່ນໄດ້ກວມເອົາທຸກຂົງເຂດຊີວິດເສດຖະກິດ - ສັງຄົມຂອງປະເທດຊາດ ຢ່າງຮອບດ້ານ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີວ່າ:

    “ພວກເຮົາຮຽກຮ້ອງໃຫ້ລັດຖະບານຕ້ອງມີຄວາມຊື່ກົງບໍລິສຸດ, ມີການກະທຳເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ, ວຽກງານສ້າງກົດໝາຍຂອງສະພາແຫ່ງຊາດເອງກໍຕ້ອງມີຄວາມຊື່ກົງບໍລິສຸດເຊັ່ນດຽວກັນ, ບໍ່ປະໃຫ້ມີການສະແຫວງຫາຜົນປະໂຫຍດເປັນກຸ່ມໃນຂະບວນການສ້າງກົດໝາຍ. ຄະນະພັກສະພາແຫ່ງຊາດໃນອາຍຸການຕ່າງໆ ແລະ ອາຍຸການນີ້ ກໍສືບຕໍ່ເນັ້ນໜັກເຖິງວຽກງານນີ້. ສຳລັບຮ່າງກົດໝາຍທີ່ບໍ່ຮັບປະກັນດ້ານຄຸນນະພາບ ແລະ ຄວາມຄືບໜ້າ ແມ່ນເດັດຂາດບໍ່ໃຫ້ຍື່ນສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ. ພວກເຮົາບໍ່ອາດຍອມຮັບເອົາຮ່າງກົດໝາຍທີ່ເວົ້າແບບຄ້າວໆ, ບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການສ້າງສາ, ພັດທະນາປະເທດຊາດ ແລະ ການເຊື່ອມໂຍງເຂົ້າກັບສາກົນ”.    

  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕັກເຕືອນວ່າ ນັບແຕ່ນີ້ເປັນຕົ້ນໄປ, ກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ຄວນເອົາໃຈໃສ່ຄົ້ນຄວ້າ ແລະ ປະຕິບັດໜ້າທີ່ສ້າງກົດໝາຍໃຫ້ເປັນຢ່າງດີ./.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top