• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອື້ອຍຄູ ແອັງເຟື້ອງ - ຜູ້ກໍ່ສ້າງພົນລະເມືອງດີຈີຕອນ, ເສີມສ້າງພົນລະເມືອງໂລກ ຢູ່ເຂດພູດອຍ ເຮືອງເກິ່ນ

ວິທີການສິດສອນຂອງເອື້ອຍ ຄູ ຮ່າແອັງເຟື້ອງ ແມ່ນຫຼັກຖານພະຍານທີ່ມີຊີວິດຊີວາກ່ຽວກັບຈິດໃຈປ່ຽນແປງໃໝ່, ປະດິດຄິດສ້າງໃນການສຶກສາ.
(ເອື້ອຍຄູ ເຟື້ອງ ໄດ້ເຊື່ອມຕໍ່ນັກຮຽນຂອງຕົນກັບກັກຮຽນປະເທດຕ່າງໆໃນໂລກ ຜ່ານຮູບແບບຫ້ອງຮຽນຂ້າມຊາຍແດນ)

ໃນວິວັດການສຶກສາໃນຍຸກສະໄໝດີຈີຕອນ, ມີຄູອາຈານຫຼາຍຄົນໄດ້ປ່ຽນແປງໃໝ່ຕົນເອງ ແລະ ສ້າງແຫຼ່ງບັນດານໃຈຢ່າງບໍ່ຢຸດຢັ້ງ. ເລື່ອງລາວທີ່ພວກຂ້າພະເຈົ້າຈະແນະນຳກັບທ່ານຜູ້ຟັງໃນມື້ນີ້ແມ່ນ ເອື້ອຍຄູ ຮ່າແອັງເຟື້ອງ, ຢູ່ຕາແສງ ເຮືອງເກິ່ນ, ແຂວງ ຝູເຖາະ. ລາວບໍ່ພຽງແຕ່ພານັກຮຽນເຂດພູດອຍຂອງຕົນອອກໄປສູ່ໂລກ, ກາຍເປັນພົນລະເມືອງດີຈີຕອນ ແລະ ພົນລະເມືອງໂລກ ເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງຂະແໜງການສຶກສາ ຫວຽດນາມ ເມື່ອເປັນກຽດທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ (Princess Maha Chakri Award - PMCA)- ເຊິ່ງເປັນລາງວັນອັນຊົງກຽດເພື່ອຮັບຮອງການປະກອບສ່ວນທີ່ພົ້ນເດັ່ນໃນຂົງເຂດການສຶກສາຢູ່ພາກພື້ນ ອາຊຽນ ປີ 2021.

“ພາຍຫຼັງໄດ້ຮັບລາງວັນ ສົມເດັດເຈົ້າຟ້າມະຫາຈັກກຣີ ໄທ, ຂ້າພະເຈົ້າໄດ້ເຊື່ອມຕໍ່ກັບຄູອາຈານຫຼາຍຄົນທີ່ໄດ້ຮັບລາງວັນ ເຊິ່ງເປັນຄູອາຈານ ແລະ ພະນັກງານຄຸ້ມຄອງຢູ່ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພວກຂ້າພະເຈົ້າໄດ້ປະຕິບັດຫຼາຍໂຄງການ ຄື: ໂຄງການປ້ອງກັນ, ຕ້ານ  ການໃຊ້ຄວາມຮຸນແຮງທາງອິນເຕີເນັດ, I’m ເມື່ອງ. ບໍ່ພຽງແຕ່ບັນດາຄູອາຈານເຫຼົ່ານັ້ນ, ຂ້າພະເຈົ້າຍັງມີໂອກາດໄດ້ເຊື່ອມຕໍ່ກັບບັນດາຄູອາຈານທຢູ່ໃນ network ບັນດາເພື່ອນຂອງຕົນທີ່ເຄີຍໄດ້ຮັບລາງວັນດັ່ງກ່າວອີກດ້ວຍ. ນີ້ແມ່ນສິ່ງທີ່ລ້ຳຄ່າ, ເປັນສິ່ງທີ່ດີທີ່ສຸດເພື່ອໃຫ້ຂ້າພະເຈົ້າສາມາດພານັກຮຽນຂອງຕົນໄປຫາໂລກ ແລະ ນຳໂລກມາສູ່ນັກຮຽນຂອງຕົນ ດ້ວຍຫຼາຍວິທີທີ່ແຕກຕ່າງກັນ”.

ກ່ອນທີ່ຈະໄດ້ຮັບລາງວັນ PMCA, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ຮັບການຮູ້ຈັກເຖິງຄືຄູຜູ້ໜຶ່ງທີ່ມີີຄວາມສຸດຈິດສຸດໃຈ ແລະ ຍາມໃດກໍ່ນຳໜ້າໃນການປ່ຽນແປງໃໝ່ວິທີການສິດສອນພາສາ ອັງກິດ ຢູ່ໂຮງຮຽນໜຶ່ງໃນເຂດພູດອຍ. ປີ 2016, ພາຍຫຼັງຮຽນຈົບຂະແໜງພາສາ ອັງກິດ, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ເລືອກເອົາຝູເຖາະ, ເຊິ່ງແມ່ນບ້ານເກີດຂອງຕົນ, ເພື່ອສິດສອນຢູ່ໂຮງຮຽນ ມັດທະຍົມຕອນປາຍ ເຮືອງເກິ່ນ - ໂຮງຮຽນທີ່ມີນັກຮຽນກວ່າ 80% ແມ່ນຊົນເຜົ່າສ່ວນໜ້ອຍ. ໂດຍເຂົ້າໃຈໄດ້ບັນດາຄວາມຫຍຸ້ງຍາກເຊິ່ງນັກຮຽນເຄີຍປະສົບ, ພິເສດແມ່ນໃນການຮຽນພາສາ ອັງກິດ, ເອື້ອຍຄູ ເຟື້ອງ ໄດ້ຊອກຫາບັນດາວິທີບຸກທະລຸ.

“ຂ້າພະເຈົ້າໄດ້ພະຍາຍາມຊອກຫາບັນດາມາດຕະການ ແລະ ວິທີສິດສອນ ເພື່ອສຸມໃສ່ 2 ປັດໄຈຫຼັກ ຄື: ແຮງຈູງໃຈໃນການຮຽນ ແລະ ສະພາບແວດລ້ອມແຫ່ງການຮຽນພາສາຕ່າງປະເທດ. ພວກນ້ອງ ຮຽນພາສາ ອັງກິດ ເພື່ອພັດທະນາຕົນເອງ, ບໍ່ແມ່ນຮຽນເພື່ອໃຫ້ການເສັງ. ຂ້າພະເຈົ້າຊອກໄດ້ບັນດາມາດຕະການ ຄື: ສອນພາສາ ອັງກິດ ຜ່ານຮູບເງົາ, ດົນຕີ ຫຼື ບັນດາເລື່ອງລາວທີ່ສ້າງແຫຼ່ງບັນດານໃຈ”.

 

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top