
ຮ້ານອາຫານແຫ່ງຕ່າງໆຢູ່ປາຣີ ປິດຮ້ານ ຍ້ອນໂລກລະບາດ Covid-19 (ພາບ: THX/TTXVN)
ຄຳສັ່ງດັ່ງກ່າວ ຈະມີຜົນບັງຄັບໃຊ້ພາຍໃນ 30 ວັນ. ອີຢູ ພວມສົມທົບກັນກະທຳ ເພື່ອສົ່ງບັນດາພົນລະເມືອງທີ່ຖືກຕິດຄ້າງຢູ່ບັນດາປະເທດນອກກຸ່ມອີຢູກັບເມືອປະເທດ.
ນອກຈາກຄຳສັ່ງຫ້າມດັ່ງກ່າວແລ້ວ, ບັນດາການນຳ ອີຢູ ກໍປຶກສາຫາລືກ່ຽວກັບການແກ້ໄຂບັນດາຜົນຮ້າຍຢ້ອນຫຼັງອັນໜັກໜ່ວງທາງດ້ານເສດຖະກິດ ຍ້ອນໂລກລະບາດ Covid-19, ໃນນັ້ນ ບັນດາປະເທດໄດ້ເຫັນດີເປັນເອກະພາບຮັກສາການຈໍລະຈອນສິນຄ້າ. ໃນຂະນະນັ້ນ, ຫຼາຍປະເທດສະມາຊິກຂອງ ອີຢູ ກໍປະກາດບັນດາບ້ວງເງິນໜູນຊ່ວຍເສດຖະກິດ. ໃນສະພາບການໂລກລະບາດ Covid-19 ສືບຕໍ່ມີການຜັນແປຢ່າງສັບສົນ, ລັດຖະມົນຕີກະຊວງການເງິນບັນດາປະເທດສະມາຊິກ ອີຢູ ໄດ້ເຊັນອະນຸມັດບັນດາຂໍ້ສະເໜີຂອງຄະນະກຳມະການເອີຣົບ, ໃນນັ້ນ ມີຂໍ້ສະເໜີ ລົບລ້າງບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງເລື່ອງ ບັນດາປະເທດສະມາຊິກມີລາຍຈ່າຍເກີນດຸ່ນເພ. ບັນດາຂໍ້ສະເໜີເຫຼົ່ານັ້ນ ຈະຕິດຂັດໄປພ້ອມກັບບັນດາມາດຕະການກະຕຸ້ນເສດຖະກິດຂອງທະນາຄານສູນກາງເອີຣົບ.
(ແຫຼ່ງຄັດຈາກ VOV)