ວັນທີ 11 ກຸມພາ, ທີ່ສຳນັກງານສປຊ ຢູ່ນະຄອນນິວຢອກ, ອາເມລິກາ ໄດ້ດຳເນີນພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສາກົນແມ່ຍິງໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີເພື່ອແນໃສ່ເຊີດຊູຄວາມມານະພະຍາຍາມຂອງ ແມ່ຍິງໃນທົ່ວໂລກທີ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອສະແດງໃຫ້ເຫັນຄວາມມຸ່ງຫວັງບືນຕົວອອກສູ່ ຈັກກະວານ. ເຫດການແມ່ນຂໍ້ລິເລີ່ມທີ່ພົ້ນເດັ່ນກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງຊາຍຂອງ ທ່ານເລຂາທິການໃຫຍ່ ສປຊ ແລະ ຄະນະຜູ້ຕາງໜ້າໂປໂລຍຮ່ວມກັນຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ ສະມາຊິກ ສປຊ, ນັກບິນອາວະກາດສາກົນເພດຍິງ, ໃນນັ້ນທ່ານນາງ Amanda ຫງວຽນ ແມ່ນຜູ້ທີ່ອາດຈະກາຍເປັນແມ່ຍິງ ຫວຽດນາມ ຄົນທຳອິດເດີນທາງບິນຂຶ້ນສູ່ຈັກກະວານ.
ກ່າວຄຳເຫັນໂດຍຕາງໜ້າບັນດາປະເທດຢູ່ພາກພື້ນ ອາຊີ - ປາຊີຟິກ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ບັນດາຄວາມກ້າວໜ້າຂອງ ແມ່ຍິງແມ່ນຮຽກຮ້ອງຄວາມເຄົາລົບສິດຄວາມສະເໝີພາບລະຫວ່າງຍິງຊາຍ, ລັກສະນະເປັນຫຼາຍຮູບຫຼາຍແບບ ແລະ ກວມລວມ, ກໍ່ຄືການມອບສິດໃຫ້ແກ່ແມ່ຍິງບໍ່ພຽງແຕ່ໄດ້ເຂົ້າຮ່ວມເທົ່ານັ້ນ ຫາກຍັງເສີມຂະຫຍາຍບົດບາດນຳພາ, ຊຸກຍູ້ຫົວຄິດປະດິດສ້າງ ແລະ ສ້າງກຳລັງໜູນໃຫ້ບັນດາການປ່ຽນແປງທີ່ມີຄວາມໝາຍ. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຜົນສຳເລັດໂດຍ ຫວຽດນາມບັນລຸໄດ້ໃນຄວາມສະເໝີພາບລະຫວ່າງຍິງຊາຍ, ສ້າງໂອກາດຄວາມສະເໝີພາບລະຫວ່າງຍິງຊາຍ ໃຫ້ແມ່ຍິງເຂົ້າຮ່ວມການປະກອບສ່ວນເຂົ້າບັນດາຂົງເຂດຂອງຊີວິດສັງຄົມ, ພິເສດແມ່ນໃນວິທະຍາສາດ ການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ.








