• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ຍື່ນສານຕາຕັ້ງຕໍ່ເລຂາທິການໃຫຍ່ ອາຊຽນ

ຄະນະເລຂາ ອາຊຽນ ພ້ອມແລ້ວທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນກັບທ່ານນາງເອກອັກຄະລັດຖະທູດເອງ ກໍ່ຄືຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ເພື່ອໜູນຊ່ວຍບັນດາການເຄື່ອນໄຫວຂອງ ອາຊຽນ.
(ທ່ານນາງ ໂຕທິງອັກເຮືອງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນແລະ ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ)

ວັນທີ 13 ພຶດສະພາ, ຢູ່ສຳນັກງານຄະນະເລຂາ ອາຊຽນ ທີ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາງ ໂຕທິງອັກເຮືອງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ.

        ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຢືນຢັນວ່າ, ຄະນະເລຂາ ອາຊຽນ ພ້ອມແລ້ວທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນກັບທ່ານນາງເອກອັກຄະລັດຖະທູດເອງ ກໍ່ຄືຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ເພື່ອໜູນຊ່ວຍບັນດາການເຄື່ອນໄຫວຂອງ ອາຊຽນ, ມຸ່ງໄປເຖິງການບັນລຸວິໄສທັດປະຊາຄົມ ອາຊຽນ 2025 ແລະ ໄກກວ່າອີກ. ທ່ານຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການສ້າງປະຊາຄົມ ອາຊຽນ, ກໍ່ຄືບົດບາດຕັ້ງໜ້າ ແລະ ປະສານງານໃນການພົວພັນກັບຕ່າງປະເທດຂອງ ອາຊຽນ, ພິເສດແມ່ນປະເທດປະສານງານການພົວພັນສົນທະນາ ອາຊຽນ - ສ.ເກົາຫຼີ.

        ສ່ວນທ່ານນາງ ໂຕທິງອັກເຮືອງ, ເອກອັກຄະລັດຖະທູດ ປາດຖະໜາວ່າ, ຄະນະເລຂາ ແລະ ທ່ານເລຂາທິການໃຫຍ່ ອາຊຽນ ຈະສືບຕໍ່ຍູ້ແຮງຄວາມມານະພະຍາຍາມໜູນຊ່ວຍບັນດາປະເທດສະມາຊິກ ປະຕິບັດສຳເລັດການສ້າງ ແລະ ຜັນຂະຫຍາຍບັນດາເປົ້າໝາຍໃນວິໄສທັດປະຊາຄົມ ອາຊຽນ 2024 ໃຫ້ບັນລຸປະສິດທິຜົນ.

 

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top