• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫັນ​ດີ​ສືບ​ຕໍ່ປະ​ຕິ​ບັດ​ນະ​ໂຍ​ບາຍຫຼຸດ​ຜ່ອນ​ອັດ​ຕາ​ອາ​ກອນ​ມູນ​ຄ່າ​ເພີ່ມລົງ​ຕື່ມ​ອີກ 2% ​ຮອດ​ທ້າຍ​ປີ 2024

ເລື່ອງສືບຕໍ່ປະຕິບັດການຍົກເວັ້ນ, ຫຼຸດຜ່ອນອາກອນມູນຄ່າເພີ່ມ ທັງສ້າງກຳລັງໜູນເພື່ອໃຫ້ຜູ້ບໍລິໂພກເພີ່ມຄວາມຕ້ອງການໃຊ້ຈ່າຍ, ພ້ອມດຽວກັນນັ້ນ ກໍຍັງຮັກສາໄດ້ທ່າອ່ຽງຟື້ນຟູ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)
ໃນວາລະເຮັດວຽກຂອງກອງປະຊຸມເທື່ອທີ 34, ຕອນເຊົ້າວັນທີ 13 ມິຖຸນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບການຫຼຸດອັດຕາອາກອນມູນຄ່າເລີ່ມລົງຕື່ມອີກ 2% ສຳລັບບາງໝວດສິນຄ້າ, ການບໍລິການ ທີ່ພວມປະຕິບັດລະດັບເສຍອາກອນ 10% ຕາມຂໍ້ສະເໜີຂອງລັດຖະບານທີ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV.  ໂດຍບັນລຸໄດ້ຄວາມເຫັນດີເຫັນພ້ອມສູງຕໍ່ໃບສະເໜີດັ່ງກ່າວຂອງລັດຖະບານ ແລະ ຜ່ານການກວດກາຢັ້ງຢືນໃນເບື້ອງຕົ້ນຂອງກຳມາທິການການເງິນງົບປະມານ ກ່ຽວກັບການຫຼຸດຜ່ອນອັດຕາອາກອນມູນຄ່າເພີ່ມລົງຕື່ມອີກ 2%, ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ພື້ນຖານເສດຖະກິດໃນໄລຍະຟື້ນຟູ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເລື່ອງສືບຕໍ່ປະຕິບັດການຍົກເວັ້ນ, ຫຼຸດຜ່ອນອາກອນມູນຄ່າເພີ່ມ ທັງສ້າງກຳລັງໜູນເພື່ອໃຫ້ຜູ້ບໍລິໂພກເພີ່ມຄວາມຕ້ອງການໃຊ້ຈ່າຍ, ພ້ອມດຽວກັນນັ້ນ ກໍຍັງຮັກສາໄດ້ທ່າອ່ຽງຟື້ນຟູ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top