• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.
ຄົນ​ເຈັບ​ຢູ່​ໂຮງ​ໝໍ​ແຫ່ງ​ໜຶ່ງ​ໄດ້​ຮັບ​ການ​ອົບ​ພະ​ຍົບ​ໄປ​ຍັງ​ບ່ອນ​ປອດ​ໄພ​ພາຍຫຼັງ​ໂຮງ​ໝໍ​ຖືກ​ເປ​ເພ​ໂດຍ ເຫດ​ແຜ່ນ​ດິນ​ໄຫວ​ກໍ່​ຂຶ້ນ (ພາບ: AP/Pedro Mattey)
ໄລ່​ຮອດ​ທ້າຍ​ວັນ​ທີ 25 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເປັນ​ສອງ​ຄັ້ງ​ຢ່າງ​ລຽນ​ຕິດ​ທີ່​ເກີດ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ທີ 24 ມິ​ຖຸ​ນາ​ຢູ່ ເວ​ເນ​ຊູ​ເອ​ລາ ໄດ້​ເພີ່ມ​ຂຶ້ນເປັນ 235 ຄົນ, ປະ​ມານ 4.500 ຄົນ​ຖືກ​​ບາດ​ເຈັບ. ປັດ​ຈຸ​ບັນ, ບັນ​ດາ​ກຳ​ລັງ​ເຈົ້າ​ໜ້າ​ທີ່ ແລະ ປະ​ຊາ​ຊົນ​ປະ​ເທດ​ນີ້ ພວມ​ຊ່ວງ​ເສັງ​ກັບ​ເວ​ລາ​ເພື່ອ​ຊອກ​ຫາ​ຜູ້​ຖືກ​ຕິດ​ຄ້າງ​ໃນ​ຂະ​ນະ​ທີ່​ບັນ​ດາ ຄວາ​ມ​ສັ່ນ​ສະ​ເທືອນຢ່າງ​ແຮງຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ວັນ​ທີ 25 ມິ​ຖຸ​ນາ, ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.ໃນ​ສະ​ພາບ​ການ​ນັ້ນ, ບັນ​ດາ​ທິມ​ກູ​້​ໄພ​ກູ້​ຊີບ​ສາ​ກົນ ພວມ​ຮີບ​ເຮັ່ງ​ເດີນ​ທາງ​ມາ​ຍັງ​ເວ​ເນ​ຊູ​ເອ​ລາ ເພື່ອ​ໜູນ​ຊ່ວຍ.

(ແຫຼ່ງຄັດຈາກ VOV)

ປົກ​ປ້ອງ​ເດັກ​ນ້ອຍ​ແມ່ນ​ໜ້າ​ທີ່​ບຸ​ລິ​ມະ​ສິດ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ມະ​ນຸດ ຫວຽດ​ນາມ

ປົກ​ປ້ອງ​ເດັກ​ນ້ອຍ​ແມ່ນ​ໜ້າ​ທີ່​ບຸ​ລິ​ມະ​ສິດ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ມະ​ນຸດ ຫວຽດ​ນາມ

ວຽກ​ງານ​ປົກ​ປ້ອງ​, ເບິ່ງ​ແຍງ​ດູ​ແລ ແລະ ສຶກ​ສາ​ເດັກ​ນ້ອຍ​ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ໂດຍ​ພັກ ແລະ ລັດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ.

Top