ກຳລັງກູ້ໄພກູ້ຊີບ ເວເນຊູເອລາມ ພ້ອມກັບບັນດາທິມກູ້ໄພກູ້ຊີບສາກົນ ພວມຊ່ວງເສັງກັບເວລາເພື່ອຊອກຫາຜູ້ລອດຊີວິດພາຍຫຼັງເຫດແຜ່ນດິນໄຫວຢ່າງແຮງສອງຄັ້ງທີ່ເກີດຂຶ້ນໃນຄ່ຳຄືນວັນທີ 24 ມິຖຸນາ ຕາມເວລາທ້ອງຖິ່ນຢູ່ປະເທດນີ້, ໃນສະພາບການຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນໂດຍໄວ.
ອຳນາດການປົກຄອງເວເນຊູເອລາ ໃຫ້ຮູ້ວ່າ ໄລ່ຮອດຕອນຄ່ຳວັນທີ 26 ມິຖຸນາ ຕາມເວລາທ້ອງຖິ່ນ, ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນ 589 ຄົນ, ໃນນັ້ນມີຜູ້ຖືກບາດເຈັບ 2980 ຄົນ.
ປະຊາຄົມສາກົນພວມເພີ່ມທະວີການໜູນຊວ່ຍເວເນຊູເອລາ. ບັນດາທິມກູ້ໄພກູ້ຊີບມາຈາກ ເອສະວາໂດ, ເມັກຊີໂກ, ສະວິດ, ແອັດສະປາຍ, ຈີເລ ແລະ ເຢຍລະມັນພ້ອມກັບຫຼາຍປະເທດອື່ນພວມມີໜ້າ ຫຼືພວມເດີນທາງມາຍັງສະຖານທີ່ເກີດເຫດ.ອາເມລິກາ ກໍ່ຜັນຂະຫຍາຍບັ້ນກູ້ຊ່ວຍຂອບຂະໜາດໃຫຍ່ ດ້ວຍກຳປັນສູ້ຮົບ, ເຮືອບິນຂົນສົ່ງ, ເຮລີກອບເຕີ ແລະ ໃຫ້ຄຳໝັ້ນສັນຍາໜູນຊວ່ຍເງິນ 150 ລ້ານ USD





