• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ ອິນໂດເນເຊຍ: ແຂ່ງຂັນກັບເວລາເພື່ອກູ້ເອົາຊີວິດປະຊາຊົນ

      ໄລ່ມາຮອດຈຸດເວລານີ້ ມີປະຊາຊົນປະມານ 1.400 ຄົນຖືກເສຍຊີວິດຢູ່ບັນດາສະຖານທີ່ເກີດແຜ່ນດິນໄຫວຢູ່ປະເທດນີ້.

ກຳລັງກ່ຽວຂ້ອງພວມກູ້ເອົາຊີວິດຂອງປະຊາຊົນຢ່າງຮີບດ່ວນ 
ພາບປະກອບ 
      ໃນການປະຊຸມຂ່າວເມື່ອວັນທີ 3 ຕຸລາ, ທ່ານ Sutopo Purwo Nugroho, ໂຄສົກອົງການຫລຸດຜ່ອນໄພພິບັດແຫ່ງຊາດຂອງອິນໂດເນເຊຍ (BNPB) ໃຫ້ຮູ້ວ່າ: ໄລ່ມາຮອດຈຸດເວລານີ້ ມີປະຊາຊົນປະມານ 1.400 ຄົນຖືກເສຍຊີວິດຢູ່ບັນດາສະຖານທີ່ເກີດແຜ່ນດິນໄຫວຢູ່ປະເທດນີ້. ນອກຈາກນັ້ນ, ຍັງມີ 2.549 ຄົນຖືກຮັບບາດເຈັບໜັກພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ, 110 ຄົນຖືກຫາຍສາບສູນ ແລະ ມີເຮືອນຊານກ່ວາ 65.000 ຫຼັງຖືກເປ່ເພ. ອຳນາດການປົກຄອງ ອິນໂດເນເຊຍ ໄດ້ສ້າງຄ້າຍລີ້ໄພກ່ວາ 140 ແຫ່ງທີ່ສະຫງວນໃຫ້ປະຊາຊົນ 70.821 ຄົນພັກອາໄສ, ພ້ອມທັງຍູ້ໄວຄວາມຄືບໜ້າໃນການແກ້ໄຂບັນດາກໍລະນີດິນເຊາະເຈື່ອນ, ຂີ້ຕົມຖົມ, ການຄົມມະນາຄົມ… ປະຈຸບັນ, ລັດຖະບານຂອງປະເທດນີ້ໄດ້ຈັດສົ່ງພາລະກອນການທະຫານ ແລະ ຕຳຫຼວດລວມ 1.273 ຄົນໄປເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ຢູ່ Palu.
 (ແຫຼ່ງຄັດຈາກ VOV)
 

ກວາງ​ນິງ ຮັບ​ກະ​ແສ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຢີ

ກວາງ​ນິງ ຮັບ​ກະ​ແສ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຢີ

ແຂວງ ກວາງນິງ ຫາກໍ່ມອບໃບຢັ້ງຢືນການລົງທຶນໃຫ້ແກ່ 7 ໂຄງການວິທະຍາສາດເຕັກໂນໂລຢີ ດ້ວຍມູນຄ່າການລົງທຶນທັງໝົດກວ່າ 16.000 ຕື້ດົ່ງ (ປະມານກວ່າ 607 ລ້ານ USD).

Top