• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດບຸກໂຈມຕີ ຢູ່ມົດສະກູ: ຜູ້ຕ້ອງສົງໃສ 4 ຄົນໃນເຫດຍິງປືນຖືກຜູກໂທດຖານກໍ່ການຮ້າຍ

ຕາມຖະແຫຼງການຈາກສານເມືອງ Basmanny ຢູ່ ມົດສະກູ ໃຫ້ຮູ້ວ່າ: ທັງ 4 ຜູ້ຕ້ອງສົງໃສລ້ວນແຕ່ອາດຈະຕ້ອງປະເຊີນໜ້າກັບໂທດຈຳຄຸກຕະຫຼອດຊີວິດ. ໜຶ່ງໃນຈຳນວນ 4 ຄົນດັ່ງກ່າວໄດ້ຍອມຮັບວ່າແມ່ນພົນລະເມືອງ ຕັດຈິກິດສະຖານ.
ກຳລັງປ້ອງກັນຄວາມສະຫງົບທີ່ສະຖານທີ່ເກີດເຫດ (ພາບ:TTXVN )

ວັນທີ 24 ມີນາ, 4 ໃນຈຳນວນ ຜູ້ຕ້ອງສົງໃສ 11 ຄົນກ່ຽວຂ້ອງເຖິງເຫດບຸກໂຈມຕີໃສ່ໂຮງລະຄອນ Crocus City Hall ຢູ່ເຂດຊານນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ), ເຮັດໃຫ້ຢ່າງໜ້ອຍສຸດ 137 ຄົນເສຍຊີວິດໃນວັນທີ 22 ມີນາ, ຖືກຜູກໂທດຖານກໍ່ການຮ້າຍ.

ຕາມຖະແຫຼງການຈາກສານເມືອງ Basmanny ຢູ່ ມົດສະກູ ໃຫ້ຮູ້ວ່າ: ທັງ 4 ຜູ້ຕ້ອງສົງໃສລ້ວນແຕ່ອາດຈະຕ້ອງປະເຊີນໜ້າກັບໂທດຈຳຄຸກຕະຫຼອດຊີວິດ. ໜຶ່ງໃນຈຳນວນ 4 ຄົນດັ່ງກ່າວໄດ້ຍອມຮັບວ່າແມ່ນພົນລະເມືອງ ຕັດຈິກິດສະຖານ. ຜູ້ຕ້ອງສົງໃສຈະ 4 ຄົນຖືກກັກຂັງຊົ່ວຄາວຮອດວັນທີ 22 ພືດສະພາ, ແຕ່ອາດຈະດົນກ່ວານັ້ນໂດຍອີງໃສ່ເວລາກຳນົດວັນພິພາກສາ.

ຕາມຖະແຫຼງການ, 3 ໃນຈຳນວນ ຜູ້ຕ້ອງສົງໃສ 4 ຄົນດັ່ງກ່າວໄດ້ຍອມຮັບສາລະພາບໂທດ. ໃນຂະນະນັ້ນ, ບັນດາອົງການກ່ຽວຂ້ອງຂອງລັດເຊຍ ໃຫ້ຮູ້ວ່າຈຳນວນຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນສູງກ່ວາຕົວເລກ 137 ຄົນຕາມທີ່ໄດ້ປະກາດກ່ອນນັ້ນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top