• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ເສື້ອຍາວ ຫວຽດນາມ - ຫວຽດນາມ ບືນຕົວຂຶ້ນສູງ”

ງານບຸນໄດ້ສຸມໃສ່ລາຍການສະແດງເສື້ອຍາວ ດ້ວຍການເຂົ້າຮ່ວມໂດຍກົງຂອງປະມານ 3.000 ຄົນ ຢູ່ຖະໜົນຍ່າງ ຫງວຽນເຫ້ວ ແລະ ກວ່າ 50.000 ຄົນຢູ່ບັນດາສະຖານທີ່ຢູ່ 21 ເມືອງ, ນະຄອນ ທູດຶກ.
ງານບຸນປີນີ້ໄດ້ມີການເຂົ້າຮ່ວມຂອງຜູ້ອອກແບບເສື້ອຍາວ 53 ຄົນທີ່ມາຈາກຫຼາຍທ້ອງຖິ່ນ (ພາບປະກອບ: nhandan.vn)

“ເສື້ອຍາວ ຫວຽດນາມ - ຫວຽດນາມ ບືນຕົວຂຶ້ນ” ແມ່ນຫົວຂໍ້ຂອງງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງທີ 11 ປີ 2025 ທີ່ຈະຈັດຂຶ້ນແຕ່ວັນທີ 01 – 09 ມີນາ, ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຢູ່ຫຼາຍສະຖານທີ່ທ່ອງທ່ຽວ, ກິດຈະກຳຂອງນະຄອນ…

ງານບຸນໄດ້ສຸມໃສ່ລາຍການສະແດງເສື້ອຍາວ ດ້ວຍການເຂົ້າຮ່ວມໂດຍກົງຂອງປະມານ 3.000 ຄົນ ຢູ່ຖະໜົນຍ່າງ ຫງວຽນເຫ້ວ ແລະ ກວ່າ 50.000 ຄົນຢູ່ບັນດາສະຖານທີ່ຢູ່ 21 ເມືອງ, ນະຄອນ ທູດຶກ. ລາຍການສະແດງສິລະປະເສື້ອຍາວ ບໍ່ພຽງແຕ່ແມ່ນການສະແດງສິລະປະເທົ່ານັ້ນ, ຫາກຍັງປະກອບສ່ວນກຳນົດທ່າອ່ຽງໃໝ່ກ່ຽວກັບການນຸ່ງຊຸດເສື້ອຍາວໃນການດຳເນີນຊີວິດປະຈຳວັນຂອງປະຊາຊົນນະຄອນອີກດ້ວຍ.

ງານບຸນຍັງມີການເຂົ້າຮ່ວມດ້ວຍບົດບາດເປັນທູດຕາງໜ້າຂອງແຂກຖືກເຊີນ, ຜູ້ມີຊື່ສຽງໃນຫຼາຍຂົງເຂດທີ່ແຕກຕ່າງກັນກວ່າ 30 ຄົນ. ງານບຸນປີນີ້ໄດ້ມີການເຂົ້າຮ່ວມຂອງຜູ້ອອກແບບເສື້ອຍາວ 53 ຄົນທີ່ມາຈາກຫຼາຍທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top