• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍປະຊາທິປະໄຕ, ເພີ່ມລັກສະນະເປັນເຈົ້າການ, ເປັນມືອາຊີບໃນການເຄື່ອນໄຫວຂອງຄະນະປະຈຳສະພາແຫ່ງຊາດ

ມີຜູ້ແທນຫຼາຍຄົນໄດ້ເນັ້ນໜັກວ່າ ການປັບປຸງລະບຽບການເຮັດວຽກໃນຄັ້ງນີ້ຄວນສຸມໃສ່ຄົ້ນຄ້ວາ, ປັບປຸງ, ເພີ່ມເຕີມບາງເນື້ອໃນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ວິທີການຢ່າງແຮງ, ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ
ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)
 

 ຢູ່ກອງປະຊຸມທີ່ຈັດຂຶ້ນໃນຕອນບ່າຍວັນທີ 16 ກຸມພາ, ເມື່ອປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການປັບປຸງລະບຽບການເຮັດວຽກຂອງ ຄະນະປະຈຳສະພາແຫ່ງຊາດ, ບັນດາກຳມະການຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປັບປຸງລະບຽບການເຮັດວຽດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ ເພື່ອເສີມຂະຫຍາຍປະຊາທິປະໄຕ, ເພີ່ມລັກສະນະເປັນເຈົ້າຕົນເອງ, ເປັນມືອາຊີບໃນການເຄື່ອນໄຫວຂອງ ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ຮັບປະກັນຢ່າງຄົບຊຸດ, ເອກະພາບກັບຂໍ້ກຳນົດໃໝ່ຂອງກົດໝາຍ, ມະຕິທີ່ກ່ຽວຂ້ອງ, ແກ້ໄຂບັນດາຂໍ້ຄົງຄ້າງໃນພຶດຕິກຳຕົວຈິງ.

ມີຜູ້ແທນຫຼາຍຄົນໄດ້ເນັ້ນໜັກວ່າ ການປັບປຸງລະບຽບການເຮັດວຽກໃນຄັ້ງນີ້ຄວນສຸມໃສ່ຄົ້ນຄ້ວາ, ປັບປຸງ, ເພີ່ມເຕີມບາງເນື້ອໃນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ວິທີການຢ່າງແຮງ, ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໃນສະພາບການໃໝ່ຂອງລະບົບການເມືອງ, ຍູ້ແຮງການຫັນເປັນດີຈີຕອນ, ການສ້າງສະພາແຫ່ງຊາດເອເລັກໂຕນິກ, ຮັບມືຢ່າງໄຫວພິບ, ມີປະສິດທິຜົນໃນສະພາບການພິເສດ, ຕໍ່ໜ້າການຜັນແປຢ່າງສັບສົນທີ່ບໍ່ເຄີຍມີມາກ່ອນຄືພະຍາດໂຄວິດ - 19.   

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top