• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ

ອົງການຈັດຕັ້ງໃນລະບົບການເມືອງຄວນສ້າງເງື່ອນໄຂໃຫ້ແກ່ປະຊາຊົນເຂົ້າຮ່ວມວິວັດການຕັດສິນນະໂຍບາຍ, ເພີ່ມທະວີບົດບາດຕິດຕາມກວດກາສູງສຸດໃນການປະຕິບັດບັນດານະໂຍບາຍ, ກົດໝາຍ ແລະ ແກ້ໄຂຂໍ້ສະເໜີແນະຂອງປະຊາຊົນຢ່າງກວ້າງຂວາງກວ່າ.
ກອງປະຊຸມປະກອບຄຳເຫັນ. (ພາບ: TTXVN)

ຕອນບ່າຍວັນທີ 26 ມີນາ, ທີ່ກອງປະຊຸມປະກອບຄຳເຫັນໃສ່ໂຄງການການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ເຊິ່ງດຳເນີນຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ສະເໜີຄວນເພີ່ມທະວີການຫັນວຽກງານຂົນຂວາຍປະຊາຊົນເປັນດີຈີຕອນ.

        ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ, ອົງການຈັດຕັ້ງໃນລະບົບການເມືອງຄວນສ້າງເງື່ອນໄຂໃຫ້ແກ່ປະຊາຊົນເຂົ້າຮ່ວມວິວັດການຕັດສິນນະໂຍບາຍ, ເພີ່ມທະວີບົດບາດຕິດຕາມກວດກາສູງສຸດໃນການປະຕິບັດບັນດານະໂຍບາຍ, ກົດໝາຍ ແລະ ແກ້ໄຂຂໍ້ສະເໜີແນະຂອງປະຊາຊົນຢ່າງກວ້າງຂວາງກວ່າ. ເພື່ອເພີ່ມທະວີວຽກງານກຳແໜ້ນສະພາບການ, ຄວາມມຸ່ງມາດປາດຖະໜາ, ຄວາມໃນໃຈຂອງປະຊາຊົນໃນໂຄງການເຄື່ອນໄຫວກ່ຽວກັບວຽງານຂົນຂວາຍປະຊາຊົນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຢືນຢັນວ່າ:

        “ສຳລັບຄະນະພະນັກງານພັກ, ລັດຖະບານ, ອຳນາດການປົກຄອງປະຕິບັດວຽກງານຂົນຂວາຍປະຊາຊົນ, ຂ້າພະເຈົ້າສະເໜີໃຫ້ເພີ່ມເຕີມການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ລັດຖະບານ, ອຳນາດການປົກຄອງທຸກຂັ້ນ ຕ້ອງມຸ່ງໄປເຖິງພື້ນຖານບໍລິຫານຮັບໃຊ້ປະຊາຊົນ, ປະຊາທິປະໄຕ, ອຳນາດນິຕິບັນຍັດເປັນມື້ອາຊີບ, ທັນສະໄໝ, ປອດໃສ, ໝັ້ນຂົງເຂັ້ມແຂງ, ເປີດເຜີຍຈະແຈ້ງ.  ສຳລັບພັກ, ຄະນະແນວໂຮມປະເທດຊາດ, ອົງການຈັດຕັ້ງການເມືອງ-ສັງຄົມ ຕ້ອງຕິດພັນຢ່າງຖືກຕ້ອງກັບພາລະບົດບາດຂອງຕົນ. ຕ້ອງເຮັດທັງ 3 ຈຸດແມ່ນຜູ້ຕາງໜ້າ, ເຕົ້າໂຮມຊຸມຊົນ ແລະ ແມ່ນຂົວເຊື່ອມຕໍ່ລະຫວ່າງພັກ ແລະ ປະຊາຊົນ”.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top