• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສັ້ນທາງເຊິ່ງພັກກອມມູນິດຫວຽດນາມເລືອກເຟັ້ນໄດ້ນຳພາປະເທດຊາດຫວຽດນາມ ແທດເໝາະກັບທ່າອ່ຽງພັດທະນາຂອງຍຸກສະໄໝ

      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ, ເສັ້ນທາງເຊິ່ງພັກເລືອກເຟັ້ນເພື່ອນຳພາປະເທດຫວຽດນາມ ໃນໄລຍະເກືອບ 1 ທົດສະວັດຜ່ານມາແມ່ນເສັ້ນທາງໜຶ່ງດຽວທີ່ຖືກຕ້ອງ, ເໝາະສົມກັບກົນເກນພາວະວິໄສ
ກອງປະຊຸມທ້ອນໂຮມບັນດາອົງການກອມມູນິດເປັນໜຶ່ງດຽວ ໄດ້ດຳເນີນຢູ່ແຫຼມ ຈຽວລູ໊ງ, ຂຶ້ນກັບ ຮົ່ງກົງ, ປະເທດຈີນ
(ພາບເອກະສານ: TTXVN)
      ວັນທີ 03 ກຸມພາ, ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2021). ວັນທີ 03 ກຸມພາ 1930, ກອງປະຊຸມທ້ອນໂຮມບັນດາອົງການກອມມູນິດເປັນໜຶ່ງດຽວ ໄດ້ດຳເນີນຢູ່ແຫຼມ ຈຽວລູ໊ງ, ຂຶ້ນກັບ ຮົ່ງກົງ, ປະເທດຈີນ, ພາຍໃຕ້ການເປັນປະທານຂອງທ່ານປະທານໂຮ່ຈີມິນ, ໃນຄາວນັ້ນທ່ານມີຊື່ວ່າ ຫງວຽນອ໊າຍກວ໊ກ, ໄດ້ຕົກລົງທ້ອນໂຮມບັນດາອົງການ ກອມມູນິດຢູ່ຫວຽດນາມ ເຂົ້າກັນເປັນພັກໜຶ່ງດຽວ, ໂດຍໃສ່ຊື່ວ່າ ພັກກອມມູນິດຫວຽດນາມ.
        ດ້ວຍຫົວຂໍ້ວ່າ “ພັກໄດ້ຜ່ານ 91 ລະດູບານໃໝ່ ແລະ ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ”, ບົດຂຽນໃນໜັງສືພິມເອເລັກໂຕນິກຂອງ VOV ເນັ້ນໜັກວ່າ: ພັກກອມມູນິດຫວຽດນາມ ກ້າວເຂົ້າສູ່ອາຍຸ 91 ປີດ້ວຍທີ່ຕັ້ງພິເສດ: ທັງປະຕິບັດສຳເລັດໜ້າທີ່ທີ່ໜັກໜ່ວງຕໍ່ພັກ, ຕໍ່ປະຊາຊົນ ເມື່ອວາງເປົ້າໝາຍ, ທິດທາງໃຫ້ແກ່ປະເທດຊາດໃນໄລຍະຕໍ່ໜ້າ, ພ້ອມທັງຄັດເລືອກໄດ້ຖັນແຖວພະນັກງານທີ່ຍອດຍິ່ງ, ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ສືບຕໍ່ຂຽນໜ້າປະຫວັດສາດອັນສະຫງ່າລາສີໃນສະຕະວັດທີ 21. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ, ເສັ້ນທາງເຊິ່ງພັກເລືອກເຟັ້ນເພື່ອນຳພາປະເທດຫວຽດນາມ ໃນໄລຍະເກືອບ 1 ທົດສະວັດຜ່ານມາແມ່ນເສັ້ນທາງໜຶ່ງດຽວທີ່ຖືກຕ້ອງ, ເໝາະສົມກັບກົນເກນພາວະວິໄສ, ເໝາະສົມກັບພຶດຕິກຳຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ.
        ບົດນຳ “ຝາກຝັງຄວາມເຊື່ອໝັ້ນຕໍ່ພັກ, ຮ່ວມແຮງຮ່ວມໃຈນຳພາປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່” ທີ່ລົງພິມໃນໜັງສືພິມ ເຍີນເຢີນ (ສຽງຂອງພັກກອມມູນິດຫວຽດນາມ) ສະບັບອອກວັນທີ 03 ກຸມພາ ກໍ່ຢືນຢັນວ່າ: ດ້ວຍບົດຮຽນ, ມູນເຊື້ອອັນສະຫງ່າລາສີຫຼາຍຢ່າງຂອງພັກເປັນເວລາກວ່າ 90 ປີ, ດ້ວຍເສັ້ນທາງທີ່ຖືກຕ້ອງ, ມີເຈດຈຳນົງ, ຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ແນ່ນອນວ່າ ຫວຽດນາມ ຈະສ້າງບັນດາຜົນງານມະຫັດສະຈັນໃໝ່ເພື່ອພັດທະນາ.
        ໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນຫວຽດນາມ) ສະບັບອອກໃນວັນດຽວກັນລົງພິມບົດນຳ “ພັກປຸກລຸກກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ”, ໃນນັ້ນຢືນຢັນວ່າ: ພັກກອມມູນິດຫວຽດນາມ ແມ່ນຜູ້ປຸກລຸກກຳລັງແຮງຂອງຊາດ; ເປົ້າໝາຍສູ້ຊົນຂອງພັກແມ່ນ ເອກລະລາດແຫ່ງຊາດ ແລະ ສັງຄົມນິຍົມ, “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top