• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສນາຮັກ ຫວຽດນາມ ສົມທົບກັບເສນາຮັກ ລາວ ກວດພະຍາດ, ແຈກຢາຍຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ

ເຂົ້າຮ່ວມລາຍການມີຖັນແຖວແພດໝໍທີ່ມາຈາກໂຮງໝໍເສນາຮັກ 4, ໂຮງໝໍເສນາຮັກ 103, ສາທາລະນະສຸກທ້ອງຖິ່ນ ແລະ ຄະນະເສນາຮັກຂອງ ລາວ.
(ພາບປະກອບ: VNA)

ຕອນ​ເຊົ້າ​ວັນ​ທີ 08 ກໍ​ລະ​ກົດ, ຢູ່​ສຸກ​ສາ​ລາ ແທັງ​ຖ​ຸຍ, ຕາ​ແສງ ກິມ​ບາງ, ແຂວງ ເງະ​ອານ, ກົມ​ເສ​ນາ​ຮັກ (ກົມໃຫຍ່​ພະ​ລາ​ທິ​ການ - ເຕັກ​ນ​ິກ, ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ຫວຽດ​ນາມ) ໄດ້​ສົມ​ທົບ​ກັບ​ກົມ​ເສ​ນາ​ຮັກ (ກົມ​ໃຫຍ່​ພະ​ລາ​ທິ​ການ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ) ​ຈັດ​ການ​ກວດ​ພະ​ຍາດ, ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ, ແຈກ​ຢາຍ​ຢາ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ຢ​ູ່​ເຂດ​ຊາຍ​ແດນ. ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ດ້ານ​ປ້ອງ​ກັນ​ຊາດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຄັ້ງ​ທີ 3.

ເຂົ້​າ​ຮ່ວມ​ລາຍ​ການ​ມີ​ຖັນ​ແຖວ​ແພດ​ໝໍ​ທີ່​ມາ​ຈາກ​ໂຮງ​ໝໍ​ເສນາ​ຮັກ 4, ໂຮງ​ໝ​ໍ​ເສ​ນາ​ຮັກ 103, ສາ​ທາ​ລ​ະ​ນະ​ສຸກ​ທ້ອງ​ຖິ່ນ ແລະ ຄະ​ນະ​ເສ​ນາ​ຮັກຂອງ ລາວ. ນັບ​ແຕ່​ຂັ້ນ​ຕາ​ແສງ, ປະ​ຊາ​ຊົນ​ໄດ້ເຂົ້າເຖິງ​ບັນ​ດາ​ການ​ບໍ​ລິ​ການກວດ​ຂະ​ແໜງ​ພາຍ​ໃນ, ​ຂະ​ແໜງພາຍ​ນອກ, ​ຂະ​ແໜງ​ແມ່່ ແລະ ເດັກ, ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂ​ະ​ພາບ… ໃນ​ການກວດ​ພະ​ຍາດ, ກຳ​ລັງ​ເສ​ນາ​ຮັກ​ ຫວຽດ​ນາມ ໄດ້​ມອບ​ຢາໂດ​ຍບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ ຈຳ​ນວນ 1.400 ຖົງ​. ການ​ເຄື່ອນ​ໄຫວນີ້ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ເທົ່າ​ນັ້ນ ຫາ​ກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຖັນ​ແຖວ​ເສ​ນາ​ຮັກ 2 ປະ​ເທດ​ຮໍ່າ​ຮຽນ​ເອົາ​​ປະ​ສົບ​ການ, ແລກ​ປ່ຽນ​ບົດ​ຮຽນ​ເພື່​ອ​ຍົກ​ສູງ​ສີ​ມື​ອາ​ຊີບ​ໃນ​ການ​ຜັນ​ຂະ​ຫຍາຍ​ໜ້າ​ທີ່.

ຕາມ​ແຜນ​ການ, ຕອນ​ເຊົ້າ​ວັນ​ທີ 09 ກໍ​ລະ​ກົດ, ຄະ​ນະ​ປະ​ຕິ​ບັດ​ງານ​ຈະ​ປະ​ຕິ​ບັດ​ການກວດ​ພະ​ຍາດ, ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ, ແຈກ​ຢາຍ​ຢາໂດຍບໍ່​ເກັບ​ຄ່າ​ໃຫ້​ແກ​່​ປະ​ຊາ​ຊົນ​ຢູ່ບ້ານ ນ້ຳ​ອ້ອນ, ເມືອງ ໄຊ​ຈຳ​ພອນ, ແຂວງ ບໍ​ລິ​ຄຳ​ໄຊ.

(ແຫຼ໋ງຄັດຈາກ VOV)

World Cup 2026: Lionel Messi ທຳ​ລາຍ​ສະ​ຖິ​ຕິ​ຍິງ​ບານ​ເຂົ້າ​ປະ​ຕູ

World Cup 2026: Lionel Messi ທຳ​ລາຍ​ສະ​ຖິ​ຕິ​ຍິງ​ບານ​ເຂົ້າ​ປະ​ຕູ

Lionel Messi ສືບ​ຕໍ່​ຂຽນ​ຊື່​ຕົນເຂົ້າ​ໃນໜ້າ​ປະ​ຫວັດ​ສາດ, ເມື່ອ​ປະ​ກອບສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ໄຊ​ຊະ​ນະ 3 ປະ​ຕູ​ຕໍ່ 2 ໃນ​ນັດ​ແຂ່ງ​ຂ​ັນລະ​ຫວ່າງງອາກ​ຊັງ​ຕິນ ແລະ ອີ​ຢິບ ເພື່ອ​ເຂົ້າ​ຮອບ​ແຂ່ງ​ຂັນ 8 ທິມ​ສຸດ​ທ້າຍ​ຂອງ World Cup 2026.

Top