• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດ ຫວຽດ​ນາມ ຮັກ​ສາ​ແງ່​ຫວັງ​ຢ່າງ​ຕັ້ງ​ໜ້າ

ເສດຖະກິດຫວຽດນາມ ສືບຕໍ່ຮັບຮູ້ບັນດາສັນຍານທີ່ຕັ້ງໜ້າພາຍຫຼັງ 6 ເດືອນຕົ້ນປີ. ເຖິງວ່າ ພື້ນຖານເສດຖະກິດ ຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມ ແຕ່ຍັງແມ່ນຈຸດພົ້ນເດັ່ນໃນທ່າເຕີບໂຕຂອງພາກພື້ນ.
ພາບປະກອບ: VGP

ເວັບໄຊ CNBC ຄັດສະເໜີຂໍ້ສັງເກດຂອງທ່ານ Kai Wei Ang, ນັກຊ່ຽວຊານດ້ານເສດຖະກິດກ່ຽວກັບອາຊຽນ ເນັ້ນໜັກວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນຢູ່ອາຊີຕາເວັນອອກສ່ຽງໃຕ້ ຍ້ອນຕະຫຼາດແຮງງານແກ້ງແຍ້ງ ແລະ ມີສັນຍາການຄ້າເສລີຫຼາຍສະບັບ ໄດ້ຊ່ວຍການເຄື່ອນໄຫວສົ່ງອອກໄປຍັງບັນດາຕະຫຼາດຢ່າງງ່າຍດາຍ. ນີ້ກໍ່ແມ່ນປັດໄຈພື້ນຖານຊ່ວຍເຫຼືອ ຫວຽດນາມດຶງດູດການລົງທຶນ.

ໂດຍເຫັນດີຕໍ່ຂໍ້ສັງເກດນີ້, ເວັບໄຊ Borneo Bulletin ໄດ້ຄັດສະເໜີບົດລາຍງານຂອງ ທະນາຄານ Maybank ຊື່ງຕີລາຄາວ່າ, ຫວຽດນາມ ພ້ອມກັບ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ ແມ່ນບັນດາປະເທດມີການເຕີບໂຕດີ. ການຟື້ນຟູໃນການເຕີບໂຕຍ້ອນມີການຜະລິດ ແລະ ສົ່ງອອກທີ່ດີ.

ສ່ວນເວັບໄຊ fibre2fashion (ອິນເດຍ) ໄດ້ຄັດສະເໜີບົດລາຍງານຂອງທະນາຄານໂລກ ໂດຍໃຫ້ຮູ້ວ່າ ດັດຊະນີການຜະລິດອຸດສາຫະກຳຂອງ ຫວຽດນາມ ໃນເດືອນພຶດສະພາ ປີ 2024 ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ກັບ ເດືອນເມສາ ແລະ ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023 ຍ້ອນການສົ່ງອອກເພີ່ມຂຶ້ນຢ່າງແຮງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ວັນທີ 12 ມິຖຸນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສ.ລິດວາ Gitanas Nauseda ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top